ຕັດສິນໃຈສູງສູດເພື່ອປະຕິບັດສຳເລັດບັນດາເປົ້າໝາຍຂອງກອງປະຊຸມສູນກາງພັກຄັ້ງທີ 11

(VOVWORLD) - ການປັບປຸງລັດຖະທຳມະນູນ ແລະ ກົດໝາຍ, ມະຕິສະບັບຕ່າງໆທີ່ກ່ຽວຂ້ອງ ຕ້ອງໄດ້ປະຕິບັດສຳເລັດກ່ອນວັນທີ 30 ມິຖຸນາ 2025 ແລະ ມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2025.
ຕັດສິນໃຈສູງສູດເພື່ອປະຕິບັດສຳເລັດບັນດາເປົ້າໝາຍຂອງກອງປະຊຸມສູນກາງພັກຄັ້ງທີ 11 - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 16 ເມສາ, ຢູ່ ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດເພື່ອເຊື່ອມຊຶມ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13. ກອງປະຊຸມໄດ້ດຳເນີນແບບທາງໄກ ໂດຍເຊື່ອມຕໍ່ກັບ 21.000 ຈຸດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1,5 ລ້ານຄົນ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີຫົວເລື່ອງສະເພາະ, ໃນນັ້ນຊີ້ແຈ້ງວ່າ ທີ່ກອງປະຊຸມສູນກາງພັກຄັ້ງທີ 11, ບັນດາຮ່າງເອກະສານຍືນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 14 ຂອງພັກ ໄດ້ເພີ່ມເຕີມ, ສ້າງເນື້ອໃນໃຫ້ສົມບູນແບບ ຕາມທິດມີລັກສະນະປະຕິວັດ, ມີການກະທຳ, ມີຈຸດຫຼັກ, ຈຸດສຸມ. ກ່ຽວກັບຈຸດໃໝ່ໃນຮ່າງບົດລາຍງານສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

        “ເພີ່ມເຕີມຈຸດໃໝ່ທີໜຶ່ງແມ່ນ ສະພາບການ, ສອດຄອງກັບສະພາບການພວມເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ. ຈຸດໃໝ່ທີ 2 ແມ່ນ, ຫວຽດນາມ ສືບຕໍ່ສ້າງລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມໃຫ້ສົມບູນແບບ, ອີງໃສ່ 3 ເສົາຄ້ຳຫຼັກແມ່ນ: ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງທັງຊາດ; ສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບໂດຍປະຊາຊົນ, ເພື່ອປະຊາຊົນ, ຂອງປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ; ສ້າງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ໂດຍມີການຄຸ້ມຄອງຂອງລັດ, ການຊີິ້ນຳຂອງພັກ ແລະ ເສີມຂະຫຍາຍຈິດໃຈເປັນເຈົ້າຂອງປະຊາຊົນ. ທັງ 3 ເສົາຄ້ຳນັ້ນແມ່ນຕ້ອງຖືປະຊາຊົນເປັນໃຈກາງ”.

ຕັດສິນໃຈສູງສູດເພື່ອປະຕິບັດສຳເລັດບັນດາເປົ້າໝາຍຂອງກອງປະຊຸມສູນກາງພັກຄັ້ງທີ 11 - ảnh 2(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ກອງປະຊຸມ)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີຫົວເລື່ອງສະເພາະ: “ກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ກົດໝາຍ; ທິດທາງເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031”. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, ຕ້ອງເອົາໃຈໃສ່ເປັນພິເສດເຖິງການຮັບເອົາຄຳເຫັນຂອງປະຊາຊົນສຳລັບການປັບປຸງລັດຖະທຳມະນູນ; ປັບປຸງບັນດາເນື້ອໃນທີ່ກ່ຽວຂ້ອງໃນກົດໝາຍສະບັບຕ່າງໆອື່ນ, ຄື: ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນ, ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ… ການປັບປຸງລັດຖະທຳມະນູນ ແລະ ກົດໝາຍ, ມະຕິສະບັບຕ່າງໆທີ່ກ່ຽວຂ້ອງ ຕ້ອງໄດ້ປະຕິບັດສຳເລັດກ່ອນວັນທີ 30 ມິຖຸນາ 2025 ແລະ ມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2025.

ຕັດສິນໃຈສູງສູດເພື່ອປະຕິບັດສຳເລັດບັນດາເປົ້າໝາຍຂອງກອງປະຊຸມສູນກາງພັກຄັ້ງທີ 11 - ảnh 3(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມ)

ເພື່ອຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 11, ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຈຳນວນໜຶ່ງ:

        “ຕ້ອງກຳນົດຄວາມຕັດສິນໃຈດ້ານການເມືອງໃນວຽກງານຊີ້ນຳ, ນຳພາການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 11 ຢ່າງສູງສຸດ, ຖືນີ້ແມ່ນການປະຕິວັດກ່ຽວກັບການສັບຊ້ອນກົງຈັກການຈັດຕັ້ງ, ສັບຊ້ອນຫົວໜ່ວຍບໍລິຫານ ແລະ ປະຕິຮູບປ່ຽນແປງໃໝ່ ເພື່ອພັດທະນາປະເທດຊາດ. ຄະນະພັກ, ອົງການຈັດຕັ້ງພັກ, ຫົວໜ້າທຸກຂັ້ນຕ້ອງມີຄວາມໃກ້ຊິດຕິດແທດ, ເດັດດຽວໃນການຊີ້ນຳ, ນຳພາ, ເຊື່ອມຊຶມໃຫ້ຖັນແຖວສະມາຊິກພັກ ມີຄວາມຮັບຮູ້ຢ່າງຄົບຖ້ວນກ່ຽວກັບຄວາມສຳຄັນພິເສດຂອງແຜນນະໂຍບາຍດັ່ງກ່າວ.”

ຕອບກັບ

ຂ່າວ/ບົດ​ອື່ນ