(vovwold) - ວັນທີ 9/7, ກ່າວຄວາມເຫັນທີ່ກອງປະຊຸມສະຫະປະຊາຊາດ (ສປຊ) ກ່ຽວກັບສົນທິສັນຍາຊື້ຂາຍອາວຸດທຳມະດາ (ATT) ທີ່ພວມດຳເນີນຢູ່ສຳນັກງານ ສປຊ , ທ່ານທູດ Le Hoai Trung ໄດ້ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນບັນດາຄຳໝັ້ນສັນຍາປະຕິບັດ ພ້ອມກັບບັນດາຄວາມມານະພະຍາຍາມສາກົນ ເພື່ອຈຸດໝາຍຫຼຸດຜ່ອນກຳລັງປະກອບອາວຸດ ແລະ ກວດກາອາວຸດ, ໃນນັ້ນມີເລື່ອງສະກັດກັ້ນການນຳໃຊ້ອະວຸດທຳມະດາເກີນລະດັບ ແລະ ສະກັດກັ້ນການມອບໂອນອາວຸດຢ່າງຜິດກົດໝາຍ. ຫວຽດນາມສະໜັບສະ ໜູນ ແລະ ເຂົ້າຮ່ວມຄວາມມານະພະຍາຍາມລວມຂອງປະຊາຄົມໂລກຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ມຸ່ງໄປເຖິງກົນໄກສາກົນປັບປຸງການເຄື່ອນໄຫວມອບໂອນອາວຸດສາກົນຄືດັ່ງໄດ້ລະບຸໄວ້ໃນມະຕິ 64/48 ຂອງສະມັດຊາໃຫຍ່ ສປຊ. ຕາມທ່ານທ່ານທູດ Le Hoai Trung ແລ້ວ, ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຫວຽດນາມຈະເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າ ດ້ວຍລັກສະນະສ້າງສັນ, ພ້ອມກັບປະເທດຕ່າງໆສູ້ຊົນເພື່ອເອກະສານນິຕິກຳສາກົນທີ່ມີລັກສະນະບັງຄັບ, ແນໃສ່ຈຳກັດຜົນຮ້າຍຕ່າງໆຈາກສະພາບການມອບໂອນອາວຸດທຳມະດາຢ່າງຜິດກົດໝາຍ.