ທ່ານ Jonhn Mc Cain ສະມາຊິກສະພາສູງ ອາເມລິກາ ປາດຖະຫນາຢາກຊຸກຍູ້ການພົວພັນກັບ ຫວຽດນາມ
ທ່ານ John McCain ສະມາຊິກສະພາສູງອາເມລິກາ
ພາບ:internet
|
(vovword)- ອາເມລິກາ ປາດຖະຫນາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ໃນຫລາຍຂົງເຂດ.ນັ້ນແມ່ນຄຳຢືນຢັນຂອງທ່ານ John McCain ສະມາຊິກສະພາສູງອາເມລິກາ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບແງ່ຫວັງແຫ່ງການພັດທະນາການພົວພັນລະຫວ່າງສອງປະເທດໃນອະນາຄົດ. ເພື່ອນຳສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່, ທ່ານ John McCain ຖືວ່າ:
“ຖ້າຂ້າພະເຈົ້າແມ່ນປະທານາທິບໍດີ ອາເມລິກາ ຂ້າພະເຈົ້າກໍຈະເຮັດສິ່ງທີ່ປະທານາທິບໍດີ Obama ປະຈຸບັນ ພວມຫັນການພົວພັນໄປຍັງພາກພື້ນ ອາຊີ ປາຊີຟີກ. ຂ້າພະເຈົ້າຈະສືບຕໍ່ກໍ່ສ້າງ ແລະ ເພີ່ມທະວີສາຍພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ, ບັນດາທະຫານຜ່ານເສິກອາເມລິກາ ຈະກັບຕ່າວຄືນຢ້ຽມຢາມ ຫວຽດນາມ, ເຮັດຄືແນວນັ້ນ ສາຍພົວພັນ ແລະ ນ້ຳໃຈມິດຕະພາບຈະສືບຕໍ່ໄດ້ຮັບການປັບປຸງ.”
Minh Hien ນັກຂ່າວ VOV ປະຈຳ ອາເມລິກາ