ທ່ານນາງປະທານາທິບໍດີສ.ເກົາຫຼີປະຕິບັດງານຢູ່ອາເມລິກາລາຕີງ
ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye
(ພາບ: AFP)
|
(vovworld) – ວັນທີ 16/4, ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye ໄດ້ເດີນທາງອອກຈາກ ເຊີອູນ, ເລີ່ມຕົ້ນການປະຕິບັດງານທີ່ແກ່ຍາວເປັນເວລາ 12 ວັນເຖິງ ໂກລົມເບຍ, ເປຣູ, ຈີເລ ແລະ ບຣາຊິນ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາງ Park Geun – hye ເຖິງ ອາເມລິກາໃຕ້ໃນຖານະເປັນປະທານາທິບໍດີ ສ. ເກົາຫຼີ. ໃນຖະແຫຼງການຈາກຫ້ອງການຄະນະລັດຖະບານ ສ. ເກົາຫຼີ ໃຫ້ຮູ້ວ່າ: ການຢ້ຽມຢາມ ແມ່ນກາລະໂອກາດເພື່ອໃຫ້ ສ. ເກົາຫຼີ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືກັບບັນດາປະເທດພັນທະມິດຢູ່ ອາເມລິກາລາຕີງ, ພ້ອມທັງຢັ້ງຢືນຄວາມຫ່າງໄກກ່ຽວກັບພູມສາດບໍ່ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ ສ. ເກົາຫຼີ ກັບບັນດາປະເທດພັນທະມິດຢູ່ພາກພື້ນນີ້.