( vovworld ) - ຕອນບ່າຍວັນທີ 27/5, ຢູ່ທີ່ສຳນັກງານນາຍົກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານ Myint Swe, ຜູ້ວ່າການເຂດ Yanggon ສາທາລະນະລັດສະຫະພາບມ້ຽນມາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຖືວ່າ ຫວຽດນາມ ແລະ ມ້ຽນມາ ຄວນຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມ, ຂຸດຄົ້ນຄວາມສາມາດບົມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດຫຼາຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອຮັບໃຊ້ໃຫ້ແກ່ວິວັດການຮ່ວມມື ແລະ ພັດທະນາ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ອຳນາດການປົກຄອງ Yangon ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມ ເພີ່ມທະວີການລົງທຶນຢູ່ Yangon.
ທ່ານ Myint Swe ໄດ້ຢືນຢັນວ່າ ຈະສະໜັບສະໜູນ ແລະ ສົ່ງເສີມບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ເຂດ Yangon ກໍຄືຊຸກຍູ້ການຄ້າລະຫວ່າງສອງຝ່າຍ, ພ້ອມກັນນັ້ນກໍປາດຖະໜາວ່າ ບັນດາທ້ອງຖິ່ນຂອງຫວຽດນາມ ຈະເພີ່ມທະວີການພົວພັນຮ່ວມມືກັບເຂດ Yangon, ໂດຍສະເພາະແມ່ນໃນຂົງເຂດກະສິກຳ, ພະລັງງານ ແລະ ຂຸດຄົ້ນແຮ່ທາດ.