ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມ ແລະ ເຮັດວຽກຢູ່ເກາະ ໂກນກໍ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ເມືອງເກາະ ສືບຕໍ່ປັບປຸງການປ້ອງກັນຊາດປ້ອງກັນສະຫງົບເຂດທະເລ, ໝູ່ເກາະ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມ ແລະ ເຮັດວຽກຢູ່ເກາະ ໂກນກໍ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ການເຮັດວຽກຢູ່ເມືອງເກາະ ໂກນກໍ
(ພາບ: TTXVN)

        ຕອນເຊົ້າວັນທີ 16 ຕຸລາ, ໃນລາຍການໄປປະຕິບັດງານຢູ່ແຂວງ ກວາງຈີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມ, ສຳຫຼວດຊີວິດການເປັນຢູ່ຂອງພະນັກງານ, ປະຊາຊົນທີ່ພວມດຳລົງຊີວິດ, ເຮັດວຽກຢູ່ເມືອງເກາະ ໂກນກໍ.

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ເມືອງເກາະ ສືບຕໍ່ປັບປຸງການປ້ອງກັນຊາດປ້ອງກັນສະຫງົບເຂດທະເລ, ໝູ່ເກາະ, ເອົາໃຈໃສ່ເຖິງການເຊື່ອມຕໍ່ວົງຈອນກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງ ໂກນກໍ ແລະ ໝູ່ເກາະອື່ນໆ. ທ່ານກໍ່ຮຽກຮ້ອງໃຫ້ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ, ອອກແຮງງານຢູ່ໝູ່ເກາະ, ຮັບປະກັນເງື່ອນໄຂຮ່ຳຮຽນ ແລະ ການເບິ່ງແຍງດ້ານການແພດຢ່າງຄົບຖ້ວນໃຫ້ແກ່ປະຊາຊົນ. ທ່ານເນັ້ນວ່າ, ການພັດທະນາການທ່ອງທ່ຽວແມ່ນຕ້ອງໄປຕາມທິດຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ທິວທັດທຳມະຊາດຂອງເຂດທະເລ, ໝູ່ເກາະ…

ຕອບກັບ

ຂ່າວ/ບົດ​ອື່ນ