ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: “ຊາວຫນຸ່ມເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ”
(VOVWORLD) -ຕອນເຊົ້າວັນທີ 20 ເມສາ ຢູ່ ນະຄອນ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບ “ແຜນຮ່າງຫນູນຊ່ວຍໃຫ້ນັກຮຽນ, ນັກສຶກສາ Startup ຮອດປີ 2025 ແລະ ໄຂງານບຸນ Startup ແຫ່ງຊາດ ຂອງນັກຮຽນ, ນັກສຶກສາ ຄັ້ງທີ VII ປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ. (ພາບ:TTXVN) |
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນ: ຊາວຫນຸ່ມເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ, ຕ້ອງສ້າງສະພາບແວດລ້ອມໃຫ້ຊາວຫນຸ່ມ Startup, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນ: ພັກ ແລະ ລັດ ຍາມໃດກໍ່ຖືບົດບາດຂອງຊາວຫນຸ່ມເປັນພິເສດ, ຖືຊາວຫນຸ່ມ ແມ່ນກຳລັງຫລັກແຫລ່ງ, ພ້ອມແລ້ວທີ່ຈະມອບພາລະກຳນຳຫນ້າໃຫ້ແກ່ຊາວຫນຸ່ມໃນພາລະກິດແຫ່ງການສ້າງສາ ແລະພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ປາດຖະຫນາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຄາດຫວັງ, ພູມປັນຍາ, ພວກນ້ອງນັກຮຽນ ນັກສຶກສາ ປະຈຸບັນ ແລະ 20 ລ້ານຊາວຫນຸ່ມຈະແມ່ນບັນດາຜູ້ນຳຫນ້າ, ກຳແຫນ້ນວິທະຍາສາດເຕັກໂນໂລຊີ,ຮັບຜິດຊອບພາລະກຳປະຫວັດສາດຢັ້ງຢືນຖານະບົດບາດຂອງຫວຽດນາມ ໃນສັງກາດດິຈິຕອນ, ນຳຫວຽດນາມ ກາຍເປັນສູນນະວັດຕະກຳຂອງພາກພື້ນ ແລະ ໂລກໃນສັງກາດບຸກບືນ, ພັດທະນາໃຫ້ຮັ່ງມີເຂັ້ມແຂງ, ສິວິໄລ ແລະ ວັດທະນາຖາວອນຂອງຊາດ.