ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມທີ່ປຶກສາດ້ານການຄ້າປີ 2016 |
(vovworld)- ຕອນເຊົ້າວັນທີ 26/2, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມທີ່ປຶກສາດ້ານການຄ້າປີ 2016 ດ້ວຍຈຸດໝາຍສູງສຸດແມ່ນໜູນຊ່ວຍບັນດາວິສາຫະກິດຫວຽດນາມຍູ້ແຮງການສົ່ງອອກສິນຄ້າໄປຂາຍໃຫ້ຕ່າງປະເທດ, ເປັນຕົ້ນແມ່ນໃນສະພາວະທີ່ຫວຽດນາມໄດ້ລົງນາມ ແລະ ພວມເຈລະຈາສັນຍາການຄ້າເສລີໃໝ່ຫຼາຍສະບັບ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ :
“ ພວກເຮົາໄດ້ເຊື່ອມໂຍງແລ້ວ, ໄດ້ເປີດກ້ວາງຕະຫຼາດແລ້ວ, ປະຈຸບັນ, ພວກເຮົາຕ້ອງຕ້ອງສ້າງເປັນກົດໝາຍ, ນິຕິກຳເພື່ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດເຄຶ່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ. ປະຈຸບັນ, ວຽກງານທຳອິດແມ່ນຕ້ອງປະຕິຮູບລະບອບລະບຽບການ, ລະບຽບການບໍລິຫານຕາມທິດເສດຖະກິດຕະຫຼາດທັນສະໄໝ, ສອດຄ່ອງກັບບັນດາຄຳໝັ້ນສັນຍາສາກົນ ”