ປະທານປະເທດ ເຈືອງເຕີນຊາງ ພົບປະ ນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນ 78 ຄົນ
(ປະທານປະເທດ ເຈືອງເຕີນຊາງ ພົບປະນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນ)
(vovworld) – ທີ່ການພົບປະດຳເນີນໃນຕອນບ່າຍວັນທີ 01/11, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຍ້ອງຍໍຊົມເຊີຍນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນ 78 ຄົນ, ຕາງໜ້າໃຫ້ນັກຮຽນ 111 ຄົນທີ່ບັນລຸໄດ້ຜົນງານສູງໃນບັນດາການເສັງນັກຮຽນເກັ່ງລະດັບຊາດ ແລະ ເສັງໄດ້ຄະແນນສູງ, ຍາດໄດ້ທີໜຶ່ງໃນການເສັງເຂົ້າມະຫາວິທະຍາໄລ, ວິທະຍາໄລປີ 2014. ທ່ານປະທານປະເທດ ຖືວ່າ, ປະເທດຊາດພວມມີການພັດທະນາຢ່າງໄວ, ແຕ່ຢູ່ຫຼາຍບ່ອນໂດຍສະເພາະແມ່ນເຂດພູດວຍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານປະທານປະເທດ ປາດຖະໜາວ່າ, ພ້ອມກັບຄວາມເອົາໃຈໃສ່ຈາກລັດ, ຖັນແຖວນັກຮຽນຊົນເຜົ່າສ່ວນໜ້ອຍແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນ, ຍ້ອນນ້ຳໃຈອັນເລິກເຊິ່ງຈະແມ່ນກຳລັງໜູນເພື່ອໃຫ້ພວກນ້ອງກັບຄືນບ້ານເກີດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາ. ທ່ານປະທານປະເທດ ເນັ້ນໜັກວ່າ, ໃນວິວັດແຫ່ງການປ່ຽນໃໝ່, ວິທະຍາສາດນັບມື້ນັບພັດທະນາ, ຫວຽດນາມ ຕ້ອງສັງເກດບັນຫາຢູ່ຫຼາຍປະເທດເພື່ອເຫັນວ່າ ຢາກພັດທະນາດ້ວຍພູມປັນຍາ, ຕ້ອງນຳໃຊ້ວິທະຍາສາດເຂົ້າໃນການຜະລິດ… ສິ່ງນັ້ນໄດ້ຮຽກຮ້ອງໃຫ້ນັກຮຽນແຕ່ລະຄົນ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນສ້າງສາບ້ານເກີດເມືອງນອນ.