ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ມີຄວາມເກັ່ງກ້າສາມາດໜຸ່ມຫວຽດນາມ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ມີຄວາມເກັ່ງກ້າສາມາດໜຸ່ມຫວຽດນາມ - ảnh 1
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ພົບ​ປະ​ກັບ​
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜ​ູ້​​ມີ​ຄວາມເກັ່ງ​ກ້າສາ​ມາດ​ໜຸ່ມ
(ພາບ: tienphong)


(vovworld) - ​​ຕອນ​ເຊົ້າ​ວັນ​ທີ 12/12, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນກວ່າ 360 ຄົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜ​ູ້​​ມີ​ຄວາມເກັ່ງ​ກ້າສາ​ມາດ​ໜຸ່ມ ​ຫວຽດ​ນາມ​ ຄັ້ງ​ທີ 2, ປີ 2015. ນີ້​ແມ່ນ​ບັນ​ດາ​ຜູ້​ແທນ​ທີ່​ຕາງ​ໜ້າ​ໃຫ້​​ບັນ​ດາ​ຜ​​ູ້​​​ມີ​ຄວາມເກັ່ງ​ກ້າສາ​ມາດ​ໜຸ່ມ ​ທີ່ດີ​ເດັ່ນ​ຂອງ​ຊາວໜຸ່ມ​ຫວຽດ​ນ​າມ ໃນ​ທຸກ​ຂົງ​ເຂດ, ຂະ​ແໜງ, ອາ​ຊີບ ຢູ່ທຸກແຖບ​ຖິ່ນ​ໃນ​ທົ່​ວປະ​ເທດ​. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ແລກ​ປ່ຽນ, ຮ່ຳ​ຮຽ​ນ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ພູມ​ປ​ັນ​ຍາ​ຫວຽດ​ນາມ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດປາ​ດ​ຖະ​ໜາ​ວ່າ, ໄວ​ໜຸ່ມ​​ລຸ່ນປະ​ຈຸ​ບັນ​ຈະ​ສືບ​ຕໍ່​​ກຳ​ນົ​ດເຈດ​ຈຳ​ນົງ​ສູ້​ຊົນບືນ​ຕົວ​ຂຶ້ນ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ຊາດ, ປະ​ກອບ​ສ່ວນ​​ເຂົ້າ​​ພ​າ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ໃຫ້​ນັບ​ມື້​ນັບ​​ມີ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ.

      ກອງ​ປະ​ຊຸມ​ໃຫຍ່​ຜ​ູ້​​ມີ​ຄວາມເກັ່ງ​ກ້າສາ​ມາດ​ໜຸ່ມ​ ຫວຽດ​ນາມ ​ຄັ້ງ​ທີ 2 ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 11 – 13/12, ຢູ່​ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້ວ່າ “ຜ​ູ້​​ມີ​ຄວາມເກັ່ງ​ກ້າສາ​ມາດ​ໜຸ່ມ ​ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ