ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານເພື່ອປະເທດພັດທະນາແບບຍືນຍົງ

ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານເພື່ອປະເທດພັດທະນາແບບຍືນຍົງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ວູ້​ດຶກ​ດາມ ກ່າວ​ປາ​ໄສ​ທີ່​ເວ​ທີ​ປາ​ໄສ

(vovworld)- ເວ​ທີ​ປາ​ໄສ​ລະ​ດັບ​ສູງ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ສື່​ສານ​ຫວຽດ​ນາມ ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/6 ຢູ່​ຮ່າ​ໂນ້ຍ. ກ່າວ​ປາ​ໄສ​ທີ່​ເວ​ທີ​ປາ​ໄສ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ວູ້​ດຶກ​ດາມ ສະ​ແດງ​ຄວາມ​ຫວັງ​ວ່າ ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ຄຸ້ມ​ຄອງ​ຈະ​ຊີ້​ໃຫ້​ເຫັນ​ຈຸດ​ອ່ອນ ແລະ ວິ​ທີ​ການ​ແກ້​ໄຂ​ໂດຍ​ອີງ​ໃສ່​ການ​ນຳ​ໃຊ້​ບັນ​ດາພື້ນ​ຖານດ້ານ​ເຕັກ​ໂນ​ໂລ​ຢີ​ທີ່​ກ້າ​ວ​ໜ້າ​ທີ່​ສຸດ, ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ບຸກ​ທະ​ລຸ, ຍາວ​ນານ ແລະ ຮັບ​ປະ​ກັນ​ໃຫ້ປະ​ເທດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. 4 ຫົວ​ເລື່ອງ​ຕົ້ນ​ຕໍ່​ທີ່​ນຳ​ມາ​ປຶກ​ສາ​ຫາ​ລື ນັ້ນ​ແມ່ນ ຍົກ​ສູງ​ຄວາມ​ສາມ​າດ​ໃນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຄຸ້ມ​ຄອງ​ລັດ ແລະ ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ພາກ​ລັດ; ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ທີ່​ທັນ​ສະ​ໄໝ, ກໍ່​ສ້າງ​ເຂດ​ຕົວ​ເມືອງ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂະ​ແໜງເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ.

 

ຂ່າວ/ບົດ​ອື່ນ