ຟຸເຖາະ ໂຄສະນາ, ເຊີດຊູ ການເຫຼືອມໄສໄຫວ້ບຸຊາເຈົ້າຊີວິດຮຸ່ງ ແລະ ຂັບຊວານ
(ພາບປະກອບ)
(vovworld) - ວັນທີ 19/04 ງານບຸນວິຫານຮຸ່ງເຊິ່ງແມ່ນງານບຸນລະດັບຊາດຂອງຫວຽດນາມ, ຈະດຳເນີນຢູ່ແຂວງຟຸເຖາະ. ເນື່ອງໃນໂອກາດນີ້, ແຂວງຟຸເຖາະ ຈະຈັດຕັ້ງການເຄື່ອນໄຫວໂຄສະນາຫຼາຍຢ່າງ ເພື່ອເຊີດຊູ 2 ມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງຂອງມວນມະນຸດ ນັ້ນແມ່ນ, ການເຫຼືອມໄສໄຫວ້ບຸຊາເຈົ້າຊີວິດຮຸ່ງ ແລະ ຂັບຊວານ. ທ່ານຮ່າເກ໋ຊານ, ຮອງປະທານຄະນະກຳມະການປະຊາຊົນແຂວງຟຸເຖາະ, ຫົວໜ້າຄະນະຈັດຕັ້ງພິທີໄຫວ້ບຸຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2013, ໃຫ້ຮູ້ວ່າ.
“ແຂວງກຳນົດວ່າ, ຕ້ອງຍູ້ແຮງວຽກງານໂຄສະນາຢ່າງກວ້າງຂວາງກວ່າອີກ ເພື່ອໃຫ້ປະຊາຊົນພາຍໃນ ແລະ ຕ່າງປະເທດກໍຄືເພື່ອນມິດສາກົນເຂົ້າໃຈຕື່ມກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ນັບແຕ່ສະໄໝເຈົ້າຊີວິດຮຸ່ງ ມາຮອດປະຈຸບັນ. ທີ 2 ແມ່ນ ທາງແຂວງກຳນົດວ່າ ຕ້ອງຈັດຕັ້ງພິທີໄຫວ້ບຸຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2013 ຢ່າງລອບຂອບທີ່ຖ້ວນ ແລະ ສ້າງຄວາມສະດວກສະບາຍທີ່ສຸດເພື່ອໃຫ້ປະຊາຊົນມາໄຫວ້ບຸຊາ. ທີ 3 ແມ່ນ, ໃນວິວັດແຫ່ງການຈັດຕັ້ງບູລະນະການເຫຼື້ອມໄສໄຫວ້ບຸຊາເຈົ້າຊີວິດຮຸ່ງ ຈະລາຍງານຕໍ່ລັດຖະບານ ຫັນທຸກພິທີໄຫວ້ບຸຊາເຈົ້າຊີວິດຮຸ່ງ, ກໍຄືບັນພະບຸລຸດ, ນາຍພົນຜູ້ມີຊື່ສຽງໃນສະໄໝເຈົ້າຊີວິດຮຸ່ງ - ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດ ແລະ ສືບທອດ, ພວກເຮົາໃນທຸກວັນນີ້ເປັນມາດຖານເທື່ອລະກ້າວ”.