ລັດຖະບານຈັດກອງປະຊຸມປະຈຳເດືອນ 07/2013

ລັດຖະບານຈັດກອງປະຊຸມປະຈຳເດືອນ 07/2013 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ ກໍລະກົດ. ຕາມ​ບົດ​ລາຍ​ງານ ​ແລະ ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ; ​ເດືອນ ກໍ​ລະ​ກົດ ​ແລະ ​ຄິດໄລ່ລວມ 7 ​ເດືອນ​ຜ່ານ​ມາ, ສະພາບ​ເສດຖະກິດ​ສັງຄົມ ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ນ້າ, ຖືກ​ທິດ, ບັນລຸ​ໄດ້​ໝາກຜົນ​ ຮອບດ້ານ​ພໍ​ສົມຄວນໃນ​ບັນດາ​ຂົງ​ເຂດ ​ແລະ ຂົງ​ເຂດ​ຕ່າງໆ​. ພົ້ນ​ເດັ່ນ​ແມ່ນ​ໄພ​ເງິນ​ເຟີ້​ສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ; ຮັບປະກັນເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ອັດຕາດອກ​ເບ້ຍ​​ໄດ້​ຫຼຸ​ດລົງ... ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ: ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຂອງ​ທັງ​ປີ​ແມ່ນ​ສາມາດ​ປະ​ຕິ​ບັດ​ໄດ້ ​ແຕ່​ດັດຊະນີ​ການເຕີບ​ໂຕ​ດ້ານເສດຖະກິດ 5,5% ​ໃນ​ປີ 2013 ນີ້​ແມ່ນ​ຍາກທີ່​ບັນລຸ​ໄດ້​. ​ເຖິງ​ວ່າ​ຢ່າງ​ນັ້ນ​ກໍ​ຕາມ, ລັດຖະບານ​ຍັງ​ຢືດໝັ້ນ​ບັນດາ​ຄາດໝາຍ, ຈຸດໝາຍ, ໜ້າ​ທີ່​ມາດ​ຕະການ​ແກ້​ໄຂ ທີ່​ໄດ້​ວາງ​ອອກ​ແຕ່​ຕົ້ນ​ປີ ​ແລະ ບັນດາ​ມະຕິ​ຂອງ​ລັດຖະບານ​ໃນ​ກອງ​ປະຊຸມ​ປະຈຳ​ເດືອນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ຈຸດໝາຍ​ແມ່ນ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ບັນດາ​ວຽກ​ງານ​ທີ່​ພວກ​ເຮົາ​ບັນລຸ​ໄດ້​ຢ່າງ​ຕັ້ງໜ້າ, ດີກ​ວ່າ ​ແຕ່​ບໍ່​ຄວນ​ປະໝາດ. ຕ້ອງ​ຮັກສາ​ເພື່ອ​ຮັບປະກັນ​ລະດັບ​ເຕີບ​ໂຕ​ເສດຖະກິດ GDP 5,5% ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ການ​ເຕີບ​ໂຕ GDP 5,2% ກໍ່​ເປັນ​ການ​ດີ, ​ແຕ່​ບໍ່​ແມ່ນ​ວ່າ​ຕ້ອງ​ບັນລຸ​ດ້ວຍ​ທຸກ​ວິທີ ການ​ເຕີບ​ໂຕ​ຕິດພັນ​ກັບບໍ່​ພຽງ​​ແຕ່ດ້ານ​ຈຳນວນ​ເທົ່າ​ນັ້ນ ຫາກຍັງດ້ານ​ຄຸນ​ນະພາ​ບ, ປະສິດທິພາບ, ປະສິດທິ​ຜົນ​ແຫ່ງ​ການ​ແກ້​ງ​ແຍ່ງອີກ​ດ້ວຍ ຫາກບໍ່​ແມ່ນ​ວ່າ​ໄດ້​ຮັບ​ການ​ເຕີບ​ໂຕ​​ແລ້ວ ຕ້ອງ​ກັບ​ຄືນສູ່ແກ້​ໄຂ​ໜີ້​ເສຍ”.

ຂ່າວ/ບົດ​ອື່ນ