(vovworld) – ຕອນບ່າຍວັນທີ 19/02, ຢູ່ຮ່າໂນ້ຍ, ສະພາທີ່ປຶກສາປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ຈັດວາລະປະຊຸມຄົບຄະນະ, ສະຫຼຸບການເຄື່ອນໄຫວປີ 2015 ແລະ ຜັນຂະຫຍາຍໜ້າທີ່ປີ 2016. ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ຕີລາຄາສູງການເຄື່ອນໄຫວຂອງສະພາທີ່ປຶກສາໃນປີ 2015. ເມື່ອເນັ້ນໜັກເຖິງບັນດາໜ້າທີ່ຈຸດສຸມໃນປີ 2016, ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່າຮຸ່ງເກື່ອງ, ປະທານສະພາທີ່ປຶກສາ ຖືວ່າ, ສະພາທີ່ປຶກສາ ຕ້ອງຜັນຂະຫຍາຍບັນດາກົດໝາຍ, ປະມວນກົດໝາຍໃໝ່ ເຊິ່ງສະພາແຫ່ງຊາດຮັບຮອງເອົາ ແລະ ຈະມີຜົນບັງຄັບໃຊ້ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ, ເປັນເຈົ້າການປະກອບຄຳເຫັນມີຄຸນນະພາບກັບບັນດາຮ່າງກົດໝາຍ, ລັດຖະບັນຍັດໃນປີ 2016 ຄາດຄະເນວ່າ, ສະພາແຫ່ງຊາດຈະພິຈາລະຈາບັນດາກົດໝາຍກ່ຽວຂ້ອງເຖິງການຜັນຂະຫຍາຍການປະຕິບັດລັດຖະທຳມະນູນ, ລະບຽບການບໍລິຫານ ເພື່ອເຮັດແນວໃດໃຫ້ສະດວກ, ງ່າຍດ່າຍ ແລະ ເໝາະສົມຢ່າງແທດຈິງ… ທ່ານ ຮ່າຮຸ່ງເກື່ອງ ກໍເນັ້ນໜັກວ່າ, ຕ້ອງຍູ້ແຮງການຕີລາຄາລະບຽບການບໍລິຫານຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ໃນນັ້ນ, ໃສ່ໃຈເຖິງການຕີລາຄາຄຸນນະພາບລະບຽບການບໍລິຫານຕາມມະຕິຂອງລັດຖະບານ ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຕົ້ນຕໍ່ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ່ງແຫ່ງຊາດ.