(vovworld) - ຢູ່ທີ່ວາລະປະຊຸມປະຈຳເດືອນຂອງລັດຖະບານ, ວັນທີ 6/9, ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung, ລັດຖະບານໄດ້ປຶກສາຫາລືບາງໂຄງການສຳຄັນທີ່ກ່ຽວຂ້ອງເຖິງເນື້ອໃນ “ສືບຕໍ່ປ່ຽນໃໝ່, ຍົກສູງປະສິດທິຜົນລັດວິສາຫະກິດ, ຮັບປະກັນບົດບາດຫຼັກແຫຼ່ງຂອງເສດຖະກິດແຫ່ງລັດໃນພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ” ແລະ “ລະດົມແຫຼ່ງກຳລັງປະຕິບັດບັນດາຍຸດທະສາດບຸກທະລຸ”. ບັນຫາສຳຄັນທີ່ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືນັ້ນແມ່ນ ການເສີມຂະຫຍາຍສິດເປັນເຈົ້າຂອງຊາວຜູ້ອອກແຮງງານ, ເປີດເຜີຍການເຄື່ອນໄຫວດ້ານການເງິນຂອງວິສາຫະກິດ ຕີລາຄາຢ່າງຖືກຕ້ອງບົດບາດຂອງລັດວິສາຫະກິດ ໃນການປະຕິບັດໜ້າທີ່ເພື່ອຜົນປະໂຫຍດຂອງລັດ; ໂດຍສະເພາະແມ່ນຕໍ່ກັບວິວັດທະນາການເຊື່ອມໂຍງ, ເປີດກວ້າງການຮ່ວມມືສາກົນຂອງປະເທດຊາດ. ບົນພື້ນຖານຄຳຄິດຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ ບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ຕັ້ງໜ້າຂອງລັດວິສາຫະກິດ, ເຊິ່ງລະອຽດແມ່ນກຸ່ມບໍລິສັດ, ບໍລິສັດໃຫຍ່ ທີ່ມີຕໍ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປັກກະຕິ, ຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ, ເພີ່ມສະມັດຕະພາບໃນການອອກແຮງງານ, ປະກອບສ່ວນຮັບປະກັນຊີວິດສັງຄົມ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນຄວາມໝັ້ນຄົງ, ປ້ອງກັນຊາດ. ຊີ້ແຈ້ງທັດສະນະຕ້ອງມີລັດວິສາຫະກິດເປັນເຄື່ອງມືດ້ານວັດຖຸທີ່ສຳຄັນເພື່ອໃຫ້ລັດກຳນົດທິດ ແລະ ດັດສົມເສດຖະກິດມະຫາພາກ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີວ່າ ຈຸດໝາຍທີ່ວາງອອກແຕ່ນີ້ຮອດປີ 2015 ແມ່ນຕ້ອງສ້າງໂຄງປະກອບກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດ ໃຫ້ສຳເລັດຜົນ ຕາມຈິດໃຈຂອງມະຕິຂອງສູນກາງພັກ, ໃນນັ້ນຮຽກຮ້ອງໃຫ້ລັດວິສາຫະກິດສຸມໃສ່ລົງທຶນຢ່າງມີປະສິດທິຜົນເຂົ້າໃນຂະແໜງອາຊີບຕົ້ນຕໍ່ທີ່ໄດ້ຮັບການກຳນົດ.