(VOVWORLD) - ພິທີໄຂກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ບັນດາເປົ້າໝາຍທົ່ວໂລກຮອດປີ 2030 (P4G) ດ້ວຍຫົວຂໍ້ “ຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ” ໄດ້ດຳເນີນໃນຕອນບ່າຍວັນທີ 16 ເມສາ, ຢູ່ນະຄອນຫຼວງ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ເອທີໂອປີ Abiy Ahmed Ali, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Neth Savoeun ແລະ ທ່ານຮອງເລຂາທິການໃຫຍ່ ສປຊ Amina Mohamm, ພ້ອມດ້ວຍຜູ້ແທນກວ່າ 1.000 ຄົນ ທີ່ມາຈາກ 40 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:
“ເສັ້ນທາງປະຕິບັດບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ ຕ້ອງຮັບປະກັນຫຼັກການຍືນຍົງ, ກວມລວມ, ກົມກຽວ. ການພັດທະນາໄວຕ້ອງໄປຄຽງຄູ່ກັບຍືນຍົງ, ມີຄຸນນະພາບສູງ, ສ້າງຄວາມກົມກ່ຽວລະຫວ່າງການພັດທະນາເສດຖະກິດ ກັບ ວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ການພັດທະນາປະເທດຊາດຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບສາກົນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ເພື່ອຄວາມສຸກຂອງມະນຸດ ແລະ ສີວິໄລທົ່ວໂລກ ນັບມື້ນັບຫຼາຍຂຶ້ນ. ໃນວິວັດທະນາການພັດທະນາຕ້ອງຖືປະຊາຊົນເປັນໃຈກາງ, ປະຊາຊົນຕ້ອງໄດ້ຊົມໃຊ້ທຸກໝາກຜົນຂອງການພັດທະນາ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວປາໄສ (ພາບ: VOV) |
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ເນັ້ນໜັກເຖິງສານ ແລະ ຄຳໝັ້ນສັນຍາດັ່ງກ່າວໃນບົດກ່າວປາໄສໄຂກອງປະຊຸມ P4G, ເມື່ອຢັ້ງຢືນວ່າການຫັນເປັນສີຂຽວ ແມ່ນການເລືອກເຟັ້ນຍຸດທະສາດຂອງ ຫວຽດນາມ ໃນສະພາບການປັດຈຸບັນ:
“ເລື່ອງເຂົ້າຮ່ວມການປະກອບສ່ວນ ແລະ ຊົມໃຊ້ຜົນງານຂອງວິວັດທະນາການຫັນເປັນສີຂຽວ ທັງແມ່ນຄວາມຮັບຜິດຊອບ, ທັງແມ່ນຜົນປະໂຫຍດຂອງທຸກປະເທດ. ສຳລັບ ຫວຽດນາມ, ໄປຄຽງຄູ່ກັບການຫັນເປັນດີຈີຕອນ, ພວກຂ້າພະເຈົ້າຖືການຫັນເປັນສີຂຽວເປັນຄວາມຮຽກຮ້ອງຈຳເປັນພາວະວິໄສ, ແມ່ນປັດໄຈແກ່ນສານ ແລະ ກຳລັງໜູນເພື່ອບຸກທະລຸ”.
ໃນວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ຍົກອອກ 3 ຂໍ້ສະເໜີ ດັ່ງນີ້: ຊຸກຍູ້ການສ້າງຈິນຕະນາການສີຂຽວໃຫ້ສົມບູນແບບ; ສ້າງປະຊາຄົມສີຂຽວມີຄວາມຮັບຜິດຊອບ; ຍູ້ແຮງການຮ່ວມມືສາກົນ, ການຮ່ວມມືລະຫວ່າງພາກລັດ ກັບເອກະຊົນ.
ບັນດາຜູ້ແທນເຂົ້າຮ່ວມພິທີໄຂງານວາງສະແດງ |
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະ ຖ່າຍຮູບລວມກັບບັນດາຫົວໜ້າຄະນະ, ເຂົ້າຮ່ວມພິທີໄຂງານວາງສະແດງກ່ຽວກັບການເຕີບໂຕສີຂຽວ.