ທ່ານ ຮ່າຮຸ່ງເກືອງ ແລະ ບັນດາການນຳ
ກຳມາທິການກົດໝາຍ ແລະ ລັດຖະທຳມະນູນ ເຊັກ
ພາບ:internet
|
(vovworld)- ວັນທີ 23/9, ໃນຂອບເຂດການຢ້ຽມຢາມແລະເຮັດວຽກຢູ່ ສເຊັກ ແຕ່ວັນທີ 21-24/9, ຄະນະພະນັກງານກະຊວງຍຸຕິທຳຫວຽດນາມ ໂດຍ ທ່ານ ຮ່າຮຸ່ງເກືອງ, ລັດຖະມົນຕີກະຊວງດັ່ງກ່າວນຳຫນ້າ ໄດ້ມີການເຈລະຈາກັບທ່ານ Helena Valkova, ລັດຖະມົນຕີກະຊວງຍຸຕິທຳ ເຊັກ. ສອງຝ່າຍໄດ້ຊີ້ແຈ້ງເຖິງຄວາມຈຳເປັນຕ້ອງເຊື່ອມຕໍ່ການພົວພັນໂດຍກົງລະຫວ່າງກະຊວງຍຸຕິທຳສອງປະເທດຄືນໃຫມ່, ພິເສດ ລະຫວ່າງທ່ານລັດຖະມົນຕີສອງກະຊວງ ພາຍຫລັງ 25 ປີຖືກຢຸດຕິ. ລັດຖະມົນຕີກະຊວງຍຸຕິທຳ ທັງສອງທ່ານ ເຫັນດີເປັນເອກະສັນກັນ ຫັນສັນຍາຫນູນຊ່ວຍດ້ານຕຸລາການກ່ຽວກັບອາຍາ ແລະ ແພ່ງລະຫວ່າງສອງປະເທດ ຊື່ງຫວຽດນາມ ແລະ ເຊັກທີໄດ້ລົງນາມເມື່ອປີ 1982 ເປັນທັນສະໄຫມ. ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ຮ່າຮຸ່ງເກືອງ ໄດ້ເຈລະຈາກັບທ່ານ Jeronym Teji ຫົວຫນ້າກຳມາທິການກົດໝາຍ ແລະ ລັດຖະທຳມະນູນ ສະພາຕ່ຳ ເຊັກ ແລະ ທ່ານ Miroslav Antl, ຫົວຫນ້າກຳມາທິການກົດໝາຍ ແລະ ລັດຖະທຳມະນູນສະພາສູງ ເຊັກ, ແບ່ງປັນບົດຮຽນໃນບັນດາບັນຫານິຕິບັນຍັດ.