ອິດສະຣານແອນຕັດສິນໃຈຄັດຄ້ານຂໍ້ລິເລີມຂອງຝລັ່ງກ່ຽວກັບການເຈລະຈາສັນຕິພາບຢູ່ຕາເວັນອອກກາງ

ອິດສະຣານແອນຕັດສິນໃຈຄັດຄ້ານຂໍ້ລິເລີມຂອງຝລັ່ງກ່ຽວກັບການເຈລະຈາສັນຕິພາບຢູ່ຕາເວັນອອກກາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ຣາ​ແອນ Benjamin Netanyahu
(ພາບ: THX/TTXVN)

(vovworld) - ​ວັນ​ທີ 15/05, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ຣາ​ແອນ Benjamin Netanyahu ໃຫ້​ຮູ້​ວ່າ, ໄດ້​ຊີ້​ແຈ້ງ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ລັ່ງ Jean Marc Ayrault ກ່ຽວ​ກັບ​ເລື່ອງ Tel Aviv ຍັງ​ຮັກ​ສາ​ຫຼັກ​ໝັ້ນ​​ຄັດ​ຄ​້ານ​ຂໍ້​ລິ​ເລີ​ມ​ຂອງ​ປາ​ຣີ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສາ​ກົນ ເພື່ອ​ແນ​ໃສ່​ຟື້ນ​ຟູ​ວິ​ວັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ທີ່​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ Jean Marc Ayrault, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ຢັ້ງ​ຢືນ​ວ່າ, ມາດ​ຕະ​ການ​ໜຶ່ງ​ດຽວ​ເພື່ອ​ສາ​ມາດ​ຍາດ​ໄດ້​ສັນ​ຕິ​ພາບ​ລະ​ຫວ່າງ​ອິດ​ສະ​ຣາ​ແອນ ແລະ ຊາວ​ປາ​ແລດ​ສະ​ຕິນ ຢ່າງ​ແທ້​ຈິງ ແມ່ນ​ຕ້ອງ​ຜ່ານ​ບັນ​ດາ​ການ​ເຈ​ລະ​ຈາ​ໂດຍ​ກົງ​ລະ​ຫວ່າງ 2 ຝ່າຍ, ຫາກບໍ່​ມີ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ອື່ນ​ອີກ. 

ຂ່າວ/ບົດ​ອື່ນ