ອາເມລິກາ ຈັດໃຫ້ລັດຖະມົນຕີການເງິນ ເປັນຫົວໜ້າຄະນະເຈລະຈາກັບ ຫວຽດນາມ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາເມລິກາ, ທ່ານປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າຕາມທິດສົມດູນ, ກົມກຽວ, ຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ແລະ ທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent (ພາບ: TTXVN) |
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍຖານະເປັນທູດພິເສດ ຂອງທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ເພື່ອແລກປ່ຽນກັບບັນດາບັນຫາດ້ານເສດຖະກິດ ການຄ້າສອງຝ່າຍ, ວັນທີ 10 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ເຮັດວຽກກັບທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ທ່ານລັດຖະມົນຕີການຄ້າ ອາເມລິກາ Howard Lutnick.
ທີ່ການພົບປະຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາເມລິກາ, ທ່ານປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າຕາມທິດສົມດູນ, ກົມກຽວ, ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງເລື່ອງສອງຝ່າຍໄດ້ເຫັນດີເປັນເອກະພາບເລີ່ມຕົ້ນການເຈລະຈາຂໍ້ຕົກລົງການຄ້າສົມທົບ, ໃນນັ້ນ ລວມມີບັນດາຂໍ້ຕົກລົງກ່ຽວກັບພາສີອາກອນ, ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາ, ສະເໜີສອງຝ່າຍແລກປ່ຽນຢ່າງລະອຽດໂດຍໄວ ເພື່ອບັນລຸໄດ້ຂໍ້ຕົກລົງໃນເວລາໄວທີ່ສຸດ.
ສ່ວນທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ທ່ານລັດຖະມົນຕີການຄ້າ ອາເມລິກາ Howard Lutnick ລ້ວນແຕ່ເຫັນດີຕໍ່ທັດສະນະຈະສົມທົບກັບ ຫວຽດນາມຢ່າງແໜ້ນແຟ້ນເພື່ອເຈລະຈາກັນ, ແກ້ໄຂບັນດາບັນຫາທີ່ໄດ້ວາງອອກໃນການພົວພັນເສດຖະກິດ - ການຄ້າສອງຝ່າຍ, ມຸ່ງໄປເຖິງຂໍ້ຕົກລົງທີ່ເໝາະສົມໃຫ້ແກ່ທັງສອງຝ່າຍ.