ຮ່າໂນ້ຍ ຊາບຊືມມະຕິ ແລະ ຂໍ້ສະຫລຸບກອງປະຊຸມສູນກາງພັກຄັ້ງທີ 5

ຮ່າໂນ້ຍ ຊາບຊືມມະຕິ ແລະ ຂໍ້ສະຫລຸບກອງປະຊຸມສູນກາງພັກຄັ້ງທີ 5 - ảnh 1

(ພາບ:dangcongsan.vn)​

( vovworld ) – ຕອນ​ເຊົ້າ​​ວັນ​ທີ 9/7,  ອົງຄະ​ນະ​ພັກ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຈັດ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງນະຄອນ​ຮ່ຳຮຽນ, ຊາບ​ຊືມບັນດາ​ມະຕິ ​ແລະ ບົດ​ສະຫລຸບ​ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11. ພະນັກງານ​ຫຼັກ​ແຫຼ່ງນະຄອນ​ຮ່າ​ໂນ້ຍ​ເກືອບ 1000 ຄົນ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ບັນດາ​ເນື້ອ​ໃນ​ພື້ນຖານຄື: ການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992, ບາງ​ເນື້ອ​ໃນ​ພື້ນຖານ​ທີ່​ຕ້ອງ​ປັບປຸງ, ​ເພີມ​ເຕີ່​ມລັດຖະທຳ​ມະນູນ​ປີ 1992; ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບທີ່​ດິນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ​ເພີ່ມ​ທະວີ​ການ​ຊີ້​ນຳນຳພາ​ຂອງ​ພັກ ຕຳກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍ… ຮ່າ​ໂນ້ຍ ຈະ​ຕິດ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 5 ຢູ່​ນະຄອນຫຼວງກັບ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປັບປຸງ​ພັກ ​ແລະ 9 ​ໂຄງການ​ປະຕິບັດ​ງານ​ໃຫ່ຍຂອງ​ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ນະຄອນ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ