ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ: ບຸກ​ທະ​ລຸ​ຈາກ​​ນະ​ວັດ​ຕະ​ກຳ

(VOVWORLD) -    ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີໄຂສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2025 ແລະ ເວທີປາໄສສາກົນ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2025 ດ້ວຍຫົວຂໍ້ “ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ: ບຸກທະລຸຈາກນະວັດຕະກຳ”.
ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ: ບຸກ​ທະ​ລຸ​ຈາກ​​ນະ​ວັດ​ຕະ​ກຳ - ảnh 1ທ່ານ ຫງວຽນຊິງເຍີດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: tapchicongthuong.vn)

ນີ້ແມ່ນລາຍການສົ່ງເສີມການຄ້າທີ່ມີລັກສະນະພິເສດ, ຍາວນານ ແລະ ໜຶ່ງດຽວລະດັບຊາດ. ທ່ານ ຫງວຽນຊິງເຍີດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ນະວັດຕະກຳແມ່ນລູກກຸນແຈໃນການຍົກສູງສະມັດຕະພາບ, ຄຸນນະພາບ, ພ້ອມທັງສ້າງຄວາມແຕກໂຕນແບບຍືນຍົງໃນສະພາບແວດລ້ອມທົ່ວໂລກມີການແກ້ງແຍ້ງຢ່າງຮ້າຍແຮງ. ໃນສະພາບການເຕັກໂນໂລຢີພັດທະນາຢ່າງແຮງ, ເສດຖະກິດດີຈີຕອນແຜ່ຂະຫຍາຍ, ທ່າອ່ຽງໃນການບໍລິໂພກອຸປະໂພກສີຂຽວ, ສະອາດ, ອັດສະລິຍະກໍທີ່ທ່າໄດ້ປຽບກວ່າ, ວິສາຫະກິດ ຫວຽດນາມ ຕ້ອງເປັນເຈົ້າການຮັບມື ແລະ ປະຈັນບານປະດິດຄິດສ້າງ. ດ້ວຍຄວາມເອົາໃຈໃສ່ຂອງລັດ ກໍຄືຄວາມມານະພະຍາຍາມຂອງວິສາຫະກິດ, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນເຂົ້າໃນພາລະກິດຫັນເປັນປະເທດອຸດສາຫະກຳ, ທັນສະໄໝ ຢ່າງແທດຈິງ”.

ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ: ບຸກ​ທະ​ລຸ​ຈາກ​​ນະ​ວັດ​ຕະ​ກຳ - ảnh 2ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: tapchicongthuong.vn)

        ປີ 2024, ຄຸນຄ່າເຄື່ອງໝາຍການຄ້າ ຫວຽດນາມ ໄດ້ຮັບການກຳນົດລາຄາ 507 ຕື້ USD, ຈັດອັນດັບທີ 32 ໃນໂລກ, ເພີ່ມຂຶ້ນ 1 ຂັ້ນ ເມື່ອທຽບໃສ່ປີ 2023.

 

ຕອບກັບ

ຂ່າວ/ບົດ​ອື່ນ