ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດແລະປະຊາຊົນຫວຽດນາມ-ສະຫະພັນລັດເຊຍ

ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດແລະປະຊາຊົນຫວຽດນາມ-ສະຫະພັນລັດເຊຍ - ảnh 1
 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ
​ປະ​ທານ​ພັກ​ກ​ອມ​ມູ​ນິດ ລັດ​ເຊຍ G.Ziuganov.
 (ພາບ: TTXVN)

(vovworld)- ​ ​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 16/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທານ​ພັກ​ກ​ອມ​ມູ​ນິດ ລັດ​ເຊຍ G.Ziuganov. ນະ​ທີ່ນີ້, ທ່ານປະ​ທານ ພັກ​ກ​ອມ​ມູ​ນິດ​ສະ​ຫະ​ພັນ ລັດ​ເຊຍ G.Ziuganov ສະ​ເຫນີ ສອງ​ພັກ ສືບ​ຕໍ່​ສົມ​ທົບ​ກັນ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ໃນ​ວຽກ​ງານ​ພັກ ແລະ ຢືນ​ຢັນ​ວ່າ: ພັກ​ກອມ​ມູ​ນິດສະ​ຫະ​ພັນ ລັດ​ເຊຍ ຍາມ​ໃດ​ກໍ​ສະ​ຫນັ​ບ​ສະ​ຫນູນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ​ລັດ​ເຊຍ ໃນ​ການ​ຊຸກ​ຍູ້​ການ​ພົ​ວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢັ້ງ​ຢືນ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂຊວຽດ​ກ່ອນນີ້ ແລະ ກັບ​ສະ​ຫະ​ພັນ​ລັດ​ເຊຍ ປະ​ຈຸ​ບັນ ຍາມ​ໃດ​ກໍ​ສະ​ຫນິດ​ສະ​ຫນົມ, ໄວ້​ເນື້ອ​ເຊື່ອ​ໃຈ ແລະ ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ລັດ​ເຊຍ​ຢ່າງບໍ່​ຢຸດຢັ້ງ. ສອງ​ຝ່າຍ​ເຫັນ​ດີ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ຮັກ​ສາ​ການ​ແລກ​ປ່ຽ​ນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສົມ​ທົບ​ກັນ​ກະ​ທຳ​ຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ. ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ ແລະ ສະ​ມາ​ຄົມ​ອະ​ດີດ​ຜູ້​ຊ່ຽວ​ຊານ​ການ​ທະ​ຫານ ລັດ​ເຊຍ ທີ່​ເຄີຍ​​ຊ່ວຍ​ເຫລືອ​ຫວຽດ​ນາມ​ໃນ​ໄລ​ຍະ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ທ່ານ  Bui a nop, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລັດ​ເຊຍ ຫວຽດ​ນາມ  ແລະ ທ່ານ Colecxonhic ປະ​ທານ​ສະ​ມາ​ຄົມ​ບັນ​ດາ​ອະ​ດີດ​ຜູ້​ຊ່ຽວ​ຊານ​ການ​ທະ​ຫານ​ລັດ​ເຊຍ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ອາ​ລົມ​ຈິດ ຊື່​ງ​ປະ​ຊາ​ຊົນ​ຫວຽດ​ນາມ​ ໄດ​້​ສະ​ຫງວນ​ໃຫ້​ເພື່ອນ​ມິດ​ລັດ​ເຊຍ ພ້ອ​ມ​ທັງ​ຢືນ​ຢັນ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ ຫນ້າ ​ໃຫ້​ແກ່​ການ ​ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ