(vovworld) - ໃນຂອບເຂດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ຈີນ 2012, ວັນທີ 18/11, ຢູ່ນະຄອນຫຼິວເຈົ່າ, ແຂວງກວາງຊີ, ປະເທດຈີນ, ເວທີປາໄສເສດຖະກິດ - ການຄ້າ ຫວຽດນາມ - ຈີນ ຖືກໄຂຂຶ້ນດ້ວຍການເຂົ້າຮ່ວມວິສາຫະກິດຫວຽດນາມ ແລະ ຈີນ ເກືອບ 300 ແຫ່ງ. ກ່າວຄຳເຫັນໄຂເວທີປາໄສ, ຮອງເຈົ້າຄອງນະຄອນຫຼິວເຈົ່າ , ທ່ານ ຊຽວເຢົາກວາງ ເນັ້ນໜັກວ່າ ການຮ່ວມມື ແລະ ພັດທະນາ “ 2 ແລວເສດຖະກິດ, ຊ່ອງເສດຖະກິດດຽວ” ຫວຽດນາມ - ຈີນ ແລະ ສະແດງຄວາມຫວັງວ່າ ວິສາຫະກິດ 2 ປະເທດຍູ້ແຮງການຮ່ວມມືໃນບັນດາຂົງເຂດຄື; ພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນໂລຊີ, ສະບຽງອາຫານ, ການສຶກສາບຳລຸງສ້າງ, ການທ່ອງທ່ຽວ… ເຂົ້າຮ່ວມເວທີປາໄສ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳຈີນ Nguyen Van Tho ແບ່ງປັນວ່າ; ເວທີປາໄສເສດຖະກິດ - ການຄ້າ ຫວຽດນາມ - ຈີນ ຄັ້ງນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ, ແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການຮ່ວມມື, ປະກອບສ່ວນພັດທະນາການພົວພັນຮ່ວມມືຢ່າງແທ້ຈິງກວ່າ ເພື່ອຜົນປະໂຫຍດຂອງສອງຝ່າຍ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານການຄ້າ ການລົງທຶນລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ກະສິກຳ, ຄົມມະນາຄົມຂົງສົ່ງ, ອຸດສາຫະກຳການຜະລິດ, ການບໍລິການສຳຮອງໃຫ້ແກ່ການພັດທະນາ “2 ແລວເສດຖະກິດ, ຊ່ອງເສດຖະກິດດຽວ”.