ເອກອັກຄະລັດຖະທູດຈີນ ຢືນຢັນເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ

(VOVWORLD) -ພາຍໃຕ້ການກຳນົດທິດຍຸດທະສາດຂອງການນຳຂັ້ນສູງສຸດຂອງ 2 ພັກກອມມູນິດ, ໃນປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດຮັກສາໄດ້ທ່າພັດທະນາຢ່າງດີງາມ, ບັນດາຂົງເຂດພົວພັນແລກປ່ຽນ, ຮ່ວມມື ບັນລຸໄດ້ບາດກ້າວໃຫຍ່.
ເອກອັກຄະລັດຖະທູດຈີນ ຢືນຢັນເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ

ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດບຸນເຕັດປີຂານ 2022, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ ຢືນຢັນວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ໄດ້ຮັບການຍູ້ແຮງໃນປີ 2022.

        ທ່ານເອກອັກຄະລັດຖະທູດ ຊຸງປົວ ກໍ່ເນັ້ນໜັກວ່າ, ພາຍໃຕ້ການກຳນົດທິດຍຸດທະສາດຂອງການນຳຂັ້ນສູງສຸດຂອງ 2 ພັກກອມມູນິດ, ໃນປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດຮັກສາໄດ້ທ່າພັດທະນາຢ່າງດີງາມ, ບັນດາຂົງເຂດພົວພັນແລກປ່ຽນ, ຮ່ວມມື ບັນລຸໄດ້ບາດກ້າວໃຫຍ່. ຈີນ ພ້ອມແລ້ວຈະພ້ອມກັບ ຫວຽດນາມ ປະຕິບັດຍຸດທະສາດຂັ້ນສູງ, ຮັກສາມູນເຊື້ອມິດຕະພາບລະຫວ່າງ 2 ປະເທດ, ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ, ປົກປ້ອງຜົນປະໂຫຍດຍຸດທະສາດລວມ, ຊຸດຍູ້ການພົວພັນ ຈີນ - ຫວຽດນາມ ໃຫ້ໝັ້ນຄົງຍາວໄກ, ຊຸກຍູ້ການພັດທະນາຂອງແຕ່ລະປະເທດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ