ແອ໋ງວຽນຄວ້າໄດ້ຫຼຽນຄຳໃນງານມະຫາກຳກິລາກອງທັບໂລກປີ 2015

ແອ໋ງວຽນຄວ້າໄດ້ຫຼຽນຄຳໃນງານມະຫາກຳກິລາກອງທັບໂລກປີ 2015 - ảnh 1
ນັກ​ກິລາລອຍ​ນຳ້​ ຫງວຽນ​ທິແອ໋ງວຽນ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 9/10, ນັກ​ກິລາລອຍ​ນຳ້​ ຫງວຽນ​ທິແອ໋ງວຽນ ຄວ້າ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ລອຍ​ນຳ້​ໄລຍະ​ 200 ​ແມັດ ຢູ່​ງານ​ມະຫາ​ກຳ​ກິລາ​ກອງ​ທັບໂລກປີ 2015, ​ເຊິ່ງພວມ​ດຳ​ເນີນ​ຢູ່ ສ​ເກົາຫຼີ. ​ແອ໋ງວຽນ ​ໄດ້​ຮັບ​ໄຊຊະນະດ້ວຍ​ຜົນງານ 2 ນາທີ 13 ວິນາທີ 87 ລິບດາ. ນີ້​ແມ່ນ​ສະຖິຕິ​ໃໝ່​ສຸດ​ຂອງ​ເນື້ອ​ໃນ​ແຂ່ງຂັນ​ນີ້ ​ທີ່​ງານ​ມະຫາ​ກຳ​ກິລາ​ກອງ​ທັບໂລກ. ສະຖິຕິ​ເກົ່າ​ແມ່ນ 2 ນາທີ 13 ວິນາທີ 92 ລິບດາ.

ຂ່າວ/ບົດ​ອື່ນ