ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ລັດ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ໃນ​ການ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາຢ່າງ​ວັດ​ທະ​ນາ​ຖາ​ວອນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກມີການປ່ຽນແປງຢ່າງຕໍ່ເນື່ອງດັ່ງນັ້ນ ລັດວິສາຫະກິດກໍ່ຕ້ອງມີການປ່ຽນແປງວິທີການສຳຜັດ, ຈິນຕະນາການຕ້ອງມີການປ່ຽນແປງ, ຕ້ອງມີໄຫວພິບດ້ວຍສະພາບການຕົວຈິງ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ລັດ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ໃນ​ການ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາຢ່າງ​ວັດ​ທະ​ນາ​ຖາ​ວອນ - ảnh 1ທ່ານນາຍົກລັກຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັກຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມການເຮັດວຽກລະຫວ່າງລັດຖະບານກັບລັດວິສາຫະກິດດ້ວຍຫົວຂໍ້ “ໜ້າທີ່, ມາດຕະການປະກອບສ່ວນເຂົ້າໃນການເຕີບໂຕຢູ່ລະດັບສອງຕົວເລກ ແລະ ການພັດທະນາປະເທດໂດຍໄວ ແລະ ຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ສະພາບການໂລກມີການປ່ຽນແປງຢ່າງຕໍ່ເນື່ອງດັ່ງນັ້ນ ລັດວິສາຫະກິດກໍ່ຕ້ອງມີການປ່ຽນແປງວິທີການສຳຜັດ, ຈິນຕະນາການຕ້ອງມີການປ່ຽນແປງ, ຕ້ອງມີໄຫວພິບດ້ວຍສະພາບການຕົວຈິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງລັດວິສາຫະກິດຕ້ອງສືບຕໍ່ເສີມຂະຫຍາຍບົດບາດແມ່ນກຳລັງສຳຄັນ, ນຳໜ້າ, ຫຼັກແຫຼ່ງໃນການພັດທະນາເສດຖະກິດ - ສັງຄົມ, ພ້ອມກັບເຂດເອກະຊົນເພີ່ມຄວາມໄວ, ບຸກທະລຸປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ ພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພັດທະນາຈາກກຳລັງພາຍໃນ, ນຳປະເທດຊາດພັດທະນາຢ່າງວັດທະນາຖາວອນໂດຍໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີ 2025, ຫວຽດນາມ ສູ້ຊົນມີການເຕີບໂຕ GDP ບັນລຸລະດັບໜ້ອຍສຸດແມ່ນ 8% ເພື່ອສ້າງທ່ວງທ່າ, ບັນຍາກາດ, ກຳລັງໜູນໃຫ້ຊຸມປີຕໍ່ໄປມີການເຕີບໂຕບັນລຸລະດັບຢູ່ສອງຕົວເລກ.

ຕອບກັບ

ຂ່າວ/ບົດ​ອື່ນ