4 ປະ​ເທດ​ ເອີ​ລົບ ຫຼັກ​ແຫຼ່ງ​ສະ​ໜັບ​ສະ​ໜູນ​ແຜນ​ການ​ສ້າງ​ເຂດ​ ​ກາ​​ຊາ ຄືນ​ໃໝ່​ຂອງ​ຊາວ ອາ​ຣັບ

(VOVWORLD) - ຖະແຫຼງການໄດ້ຍົກອອກຢ່າງຈະແຈ້ງວ່າຈະສະໜັບສະໜູນແຜນການສ້າງສາເຂດ ກາຊາ ຄືນໃໝ່ໂດຍບັນດາປະເທດ ອາຣັບ ສະໜັບສະໜູນດ້ວຍຄ່າໃຊ້ຈ່າຍ 53 ຕື້ USD ແລະ ຫຼີກລ້ຽງເລື່ອງຍົກຍ້າຍຊາວ ປາແລັດສະຕິນ ອອກຈາກເຂດດິນແດນແຫ່ງນີ້.
4 ປະ​ເທດ​ ເອີ​ລົບ ຫຼັກ​ແຫຼ່ງ​ສະ​ໜັບ​ສະ​ໜູນ​ແຜນ​ການ​ສ້າງ​ເຂດ​ ​ກາ​​ຊາ ຄືນ​ໃໝ່​ຂອງ​ຊາວ ອາ​ຣັບ - ảnh 1ພາບປະກອບ: Reuters

ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາໃນວັນທີ 8/3, ລັດຖະມົນຕີການຕ່າງປະເທດ 4 ປະເທດເອີລົບ ຫຼັກແຫຼ່ງລວມມີ: ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ອັງກິດ ໄດ້ສະແດງການສະໜັບສະໜູນ ຕໍ່ແຜນການສ້າງສາເຂດ ກາຊາ ຄືນໃໝ່ ໂດຍ ອາຢິບ ສ້າງຂຶ້ນ ແລະ ໄດ້ຮັບການຮັບຮອງເອົາຈາກກອງປະຊຸມສຸດຍອດ ອາຣັບ ເມື່ອຕົ້ນອາທິດນີ້. ຖະແຫຼງການໄດ້ຍົກອອກຢ່າງຈະແຈ້ງວ່າຈະສະໜັບສະໜູນແຜນການສ້າງສາເຂດ ກາຊາ ຄືນໃໝ່ໂດຍບັນດາປະເທດ ອາຣັບ ສະໜັບສະໜູນດ້ວຍຄ່າໃຊ້ຈ່າຍ 53 ຕື້ USD ແລະ ຫຼີກລ້ຽງເລື່ອງຍົກຍ້າຍຊາວ ປາແລັດສະຕິນ ອອກຈາກເຂດດິນແດນແຫ່ງນີ້.

ກ່ອນໜ້ານັ້ນ, ກອງປະຊຸມສຸດຍອດວິສາມັນຂອງກຸ່ມ ອາຣັບ ຢູ່ ກາຍໂຣ, ນະຄອນຫຼວງ ເອຢິບ ໄດ້ຮອງຮອງເອົາແຜນການສ້າງສາເຂດ ກາຊາ ຄືນໃໝ່ໂດຍ ເອຢິບ ສະເໜີ. ແຜນການມີຍອດມູນຄ່າຂຶ້ນເຖິງ 53 ຕື້ USD ລວມມີການ ຄົ້ນຫາ ແລະ ທຳລາຍລູກລະເບີດບໍ່ທັນແຕກ, ກໍ່ສ້າງບັນດາເຮືອນຢູ່ຊົ່ວຄາວ, ເຮືອນຢູ່ຖາວັນ, ຟື້ນຟູລະບົບການບໍລິການທີ່ຈຳເປັນທັງໝົດ…

ທ່ານປະທານາທິບໍດີ ເອຢິບ Abdel Fattah al-Sisi ໄດ້ຢັ້ງຢືນວ່າແຜນການສ້າງສາເຂດກາຊາ ຄືນໃໝ່ຈະຮັບປະກັນໃຫ້ຊາວ ປາແລັດສະຕິນ ອາດຈະສືບຕໍ່ດຳລົງຊີວິດບົນດິນແດນຂອງເຂົາເຈົ້າ. ມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ຂຶ້ນສຽງຢ່າງເປັນທາງການສະແດງຄວາມຊົມເຊີຍ ແລະ ການສະໜັບສະໜູນຕໍ່ແຜນການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ