(VOVWORLD) - ທ່ານນາຍົກລັດຖະມົນຕີ ສະແດງຄວາມຂອບໃຈ ຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາງ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ, ປົກປັກຮັກສາປະເທດຊາດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມທ່ານອະດີດຮອງປະທານປະເທດ ນາງ ຫງວຽນທິບິ່ງ (ພາບ: TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ວັນແມ່ຍິງສາກົນ (8/3/1910 - 8/3/2025) ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນລາງວັນ Kovalevskaia, ຕອນບ່າຍວັນທີ 8/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມທາງນາງ ຫງວຽນທິບິ່ງ ອະດີດຮອງປະທານປະເທດ, ອະດີດລັດຖະມົນຕີການຕ່າງປະເທດ, ປະທານຄົນທຳອິດຂອງຄະນະກຳມະການລາງວັນ Kovalevskaia ຫວຽດນາມ, ຢູ່ເຮືອນສ່ວນຕົວຂອງທ່ານນາງຢູ່ນະຄອນຫຼວງຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ສະແດງຄວາມຂອບໃຈ ຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາງ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ, ປົກປັກຮັກສາປະເທດຊາດ, ໃນນັ້ນ ມີໄລຍະທ່ານນາງໄດ້ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ ລັດຖະບານປະຕິວັດຊົ່ວຄາວຢູ່ກອງປະຊຸມ ປາຣີ ກ່ຽວກັບ ຫວຽດນາມ ແຕ່ປີ 1969 ຫາ ປີ1973. ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນທ່ານນາງ ຫງວຽນທິບິ່ງ ຈົ່ງມີສຸຂະພາບທີ່ເຂັ້ມແຂງ ແລະ ສືບຕໍ່ມີການປະກອບສວ່ນໃຫ້ແກ່ປະເທດຊາດ.
ສ່ວນທ່ານນາງ ຫງວຽນທິບິ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ, ປະເທດຊາດພາຍຫຼັງ ປີເປັນເອກະພາບຈະສືບຕໍ່ເພີ່ມຄວາມໄວ, ບຸກທະລຸ, ບັນລຸໄດ້ຜົນສຳເລັດສຳຄັນຫຼາຍຢ່າງກ່ວາອີກ ເພື່ອກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນແກ່ນ.