ພິ​ທີສວດ​ມົນ​ພາ​ວະ​ນາ​ຢູ່ວັດ​ເຟີດ​ຕິກ, ວຽງ​ຈັນ

(VOVWORLD) -

  ຕອນຄ່ຳວັນທີ 6 ມີນາ, ຢູ່ວັດ ເຟີດຕິກ ທີ່ນະຄອນຫຼວງ ວຽງຈັນ,  ໄດ້ຈັດພິທີສວດມົນພາວະນາ ອາໄລຫາດວງວິນຍານນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ປຊຊ ເສຍຊີວິດ ລາວ-ຫວຽດນາມ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 64 ຄົນທີ່ເສຍສະຫຼະຊີວິດຢູ່ເກາະ ກາກມາ-ເຈື່ອງຊາ.


ພິ​ທີສວດ​ມົນ​ພາ​ວະ​ນາ​ຢູ່ວັດ​ເຟີດ​ຕິກ, ວຽງ​ຈັນ - ảnh 1(ພາບ: VOV Vientiane)

   ກ່າວຄຳເຫັນທິ່ພິທິ, ພະຈາກາຈານ ທິກມິນກວາງ, ເຈົ້າອາວາດ ວັດ ເຟີດຕິກ ນະຄອນຫຼວງ ວຽງຈັນ ເນັ້ນໜັກວ່າ, ນີ້ແມ່ນໂອກາດເພື່ອສຶກສາມູນເຊື້ອຮັກຊາດໃຫ້ແກ່ບັນດາລຸ້ນໜຸ່ມ ຮຽນຕາມແບບຢ່າງລຸ້ນກ່ອນ, ຕັດສິນໃຈຮັກສາອະທິປະໄຕເຂດໝູ່ເກາະທະເລຂອງປະເທດຊາດ, ກໍ່ຄືສະແດງຄວາມຮູ້ບຸນຄຸນບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຕໍ່ສູ້ຢ່າງພິລາດອາດຫານ ເພື່ອປົກປັກຮັກສາພື້ນຖານເອກະລາດໃຫ້ແກ່ຊາດ.

ສ່ວນທ່ານ ພອນໃຈ ພັນທະວົງ ຮອງປະທານສະມາຄົມອະດີດນັກຮົບລາວ ໄດ້ສະແດງຄວາມປາດຖະໜາວ່າ ລຸ້ນໜຸ່ມສອງປະເທດ ຕ້ອງຈົດຈຳຄຸນງາມຄວາມດີຂອງບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຈາກນັ້ນໄດ້ຟືກຝົນຫຼໍ່ຫຼອມຕົນເອງ ເພື່ອກາຍເປັນພົນລະເມືອງຜູ້ມີປະໂຫຍດໃຫ້ແກ່ສັງຄົມ ແລະ ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ