ປ​ະ​ທານ​າ​ທິ​ບໍ​ດີ ສ.ເກົາ​ຫ​ລີ Yoon Suk Yeol ໄດ້​ຮັບ​ການປ່ອຍ​ຕົວ​ເປັນ​ອິດ​ສະຫຼະ​

(VOVWORLD) - ຂໍ້ຕົກລົງນີ້ໄດ້ຍົກອອມາພາຍຫຼັງວັນໜຶ່ງ ເມື່ອສານອະນຸຍາດໃຫ້ທ່ານ Yoon Suk Yeol ໄດ້ຮັບການພິພາກສາບໍ່ຕ້ອງຈັບຕົວ ກ່ຽວກັບຂໍ້ກ່າວຫາ ກົມອະບາຍຈັດວາງກົດໄອຍະການເສິກ ເມື່ອເດືອນທັນວາ ປີກາຍນີ້.
ປ​ະ​ທານ​າ​ທິ​ບໍ​ດີ ສ.ເກົາ​ຫ​ລີ Yoon Suk Yeol ໄດ້​ຮັບ​ການປ່ອຍ​ຕົວ​ເປັນ​ອິດ​ສະຫຼະ​ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol  (ພາບ: qdnd.vn)

ວັນທີ 8/3 ສື່ມວນຊົນ ສ.ເກົາຫຼີ ໄດ້ລົງຂ່າວວ່າ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ຜູຸຸ້ພວມຖືກຢຸດຕິການດຳລົງຕຳແໜ່ງປະທານາທິບໍດີເປັນຊົ່ວຄາວ ຍ້ອນຖືກຟ້ອງສານ ໄດ້ຮັບການປ່ອຍຕົວພາຍຫຼັງຖືກຈັບຕົວເປັນເວລາ 52  ວັນ.  ຂໍ້ຕົກລົງນີ້ໄດ້ຍົກອອມາພາຍຫຼັງວັນໜຶ່ງ ເມື່ອສານອະນຸຍາດໃຫ້ທ່ານ Yoon Suk Yeol ໄດ້ຮັບການພິພາກສາບໍ່ຕ້ອງຈັບຕົວ ກ່ຽວກັບຂໍ້ກ່າວຫາ ກົມອະບາຍວາງກົດໄອຍະການເສິກ ເມື່ອເດືອນທັນວາ ປີກາຍນີ້. ຕາມສານແລ້ວ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຄວາມຮຽກຮ້ອງປ່ອຍຕົວເປັນອິດສະຫຼະຂອງທ່ານ Yoon Suk Yeol ໄດ້ຍົກອອກມາພາຍຫຼັງກຳນົດວ່າ ບົດຜູກໂທດໃນວັນທີ 26 ມັງກອນ ດ້ວຍໂທດຍຸແຍ່ການຈະລາຈົນ, ເຊິ່ງອະນຸຍາດແກ່ຍາວເວລາກັກຕົວ, ໄດ້ຍື່ນສະເໜີພາຍຫຼັງເວລາກັກຕົວໃນເບື້ອງຕົ້ນໝົດເວລາກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ