ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ເຂົ້າ ​ຊີ​ຣີ ແລະ ລີ​ບັງ

(VOVWORLD) - ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃນຕອນຄ່ຳວັນ 8/3 ໃຫ້ຮູ້ວ່າ ອາທິດຜ່ານມາ, ນັກຮົບຂອງປະເທດໄດ້ດຳເນີນບັ້ນບຸກໂຈມຕີມີເປົ້າໝາຍຈຳນວນໜຶ່ງ ຢູ່ເຂດພາກໃຕ້ ຊີຣີ, ໄດ້ເກັບກຳ ແລະ ທຳຫຼາຍອາວຸດຫຼາຍຊະນິດທີ່ແຕກຕ່າງກັນ. 

ໂດຍສືບຕໍ່ບັ້ນບຸກໂຈມຕີເລັ່ງໃສ່ບັນດາປະເທດບ້ານໃກ້ເຮືອນຄຽງ ອ້າງສາຍເຫດຮັບປະກັນຄວາມໝັ້ນຄົງ, ໃນຊຸມວັນຜ່ານມາ, ກອງທັບ ອິດສະລາແອັນ ໄດ້ເປີດຫຼາຍບັ້ນບຸກໂຈມຕີເຂົ້າດິນແດນຂອງ ຊີຣີ ແລະ ລີບັງ, ເຊິ່ງກໍ່ຄວາມວິຕົກກັງວົນຢ່າງກວ້າງຂວາງໃນຫາງສຽງຂອງພາກພື້ນ. ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃນຕອນຄ່ຳວັນ 8/3 ໃຫ້ຮູ້ວ່າ ອາທິດຜ່ານມາ, ນັກຮົບຂອງປະເທດໄດ້ດຳເນີນບັ້ນບຸກໂຈມຕີມີເປົ້າໝາຍຈຳນວນໜຶ່ງ ຢູ່ເຂດພາກໃຕ້ ຊີຣີ, ໄດ້ເກັບກຳ ແລະ ທຳຫຼາຍອາວຸດຫຼາຍຊະນິດທີ່ແຕກຕ່າງກັນ. ແຈ້ງການບໍ່ໃຫ້ຮູ້ ຂອບຂະໜາດ ແລະ ສະຖານທີ່ເປົ້າໝາຍລະອຽດ ຂອງບັນດາບັ້ນບຸກໂຈມຕີ, ແຕ່ຢັ້ງຢືນບັນດາອາວຸດທີ່ຖືກ IDF ເກັບກຳ ແລະ ທຳລາຍລວມມີ: ປຶນ, ລູກປຶນ, ລູກຈະຫຼວດ ແລະ ວັດຖຸອຸປະກອນການທະຫານຊະນິດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ