ລັດຖະບານ ຫວຽດນາມ ອອກຖະແຫຼງການກ່ຽວກັບເສັ້ນແບ່ງກຳນົດເພື່ອຄິດໄລ່ລວງກວ້າງຂອງເຂດນ່ານທະເລຢູ່ເຂດອ່າວພາກເໜືອ
(VOVWORLD) - ເສັ້ນແບ່ງກຳນົດເພື່ອຄິດໄລ່ລວງກວ້າງຂອງເຂດນ່ານທະເລ ຫວຽດນາມ ຢູ່ເຂດອ່າວພາກເໜືອ ໄດ້ກຳນົດບົນພື້ນຖານບັນດາຂໍ້ກຳນົດຂອງ UNCLOS, ສອດຄ່ອງກັບດ້ານພູມສາດ ແລະ ທຳມະຊາດຂອງເຂດອ່າວພາກເໜືອ
ເລື່ອງກຳນົດເສັ້ນແບ່ງກຳນົດຢູ່ເຂດອ່າວພາກເໜືອ ເພື່ອແນໃສ່ປະຕິບັດສິດ ແລະ ພັນທະຂອງ ຫວຽດນາມ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982
(ພາບ: TTXVN)
|
ວັນທີ 21 ກຸມພາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍອີງຕາມມະຕິເລກທີ 68 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 15 ລົງວັນທີ 14 ກຸມພາ 2025, ປະເທດ ສສ.ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເສັ້ນແບ່ງກຳນົດເພື່ອຄິດໄລ່ລວງກວ້າງຂອງເຂດນ່ານທະເລຢູ່ເຂດອ່າວພາກເໜືອ.
ເລື່ອງກຳນົດເສັ້ນແບ່ງກຳນົດຢູ່ເຂດອ່າວພາກເໜືອ ເພື່ອແນໃສ່ປະຕິບັດສິດ ແລະ ພັນທະຂອງ ຫວຽດນາມ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ສອດຄ່ອງກັບກົດໝາຍວ່າດ້ວຍທະເລ ຫວຽດນາມ ປີ 2012. ເສັ້ນແບ່ງກຳນົດເພື່ອຄິດໄລ່ລວງກວ້າງຂອງເຂດນ່ານທະເລ ຫວຽດນາມ ຢູ່ເຂດອ່າວພາກເໜືອ ໄດ້ກຳນົດບົນພື້ນຖານບັນດາຂໍ້ກຳນົດຂອງ UNCLOS, ສອດຄ່ອງກັບດ້ານພູມສາດ ແລະ ທຳມະຊາດຂອງເຂດອ່າວພາກເໜືອ ແລະ ບໍ່ສົ່ງຜົນສະທ້ອນເຖິງບັນດາສັນຍາສາກົນທີ່ ຫວຽດນາມ ເຂົ້າຮ່ວມ ຫຼື ເປັນສະມາຊິກ.
ເສັ້ນແບ່ງກຳນົດດັ່ງກ່າວແມ່ນເພື່ອກຳນົດເຂດແດນ ແລະ ຂອບເຂດບັນດາເຂດທະເລຂອງ ຫວຽດນາມ ຕາມບັນດາຂໍ້ກຳນົດຂອງ UNCLOS ແລະ ສັນຍາຈັດແບ່ງເຂດອ່າວພາກເໜືອລະຫວ່າງ ຫວຽດນາມ ແລະ ຈີນ ທີ່ໄດ້ລົງນາມໃນປີ 2000, ສ້າງພື້ນຖານນິຕິກຳຕື່ມອີກເພື່ອປົກປັກຮັກສາ ແລະ ປະຕິບັດອະທິປະໄຕ, ສິດອະທິປະໄຕ, ສິດຕັດສິນຂອງ ຫວຽດນາມ, ຮັບໃຊ້ການພັດທະນາເສດຖະກິດ, ຄຸ້ມຄອງທະເລ ແລະ ຊຸກຍູ້ການຮ່ວມມືສາກົນ.