ລັດເຊຍ - ອາເມລິກາ ຍັງບໍ່ທັນຂຶ້ນແຜນລະອຽດໃຫ້ແກ່ການພົບປະຂັ້ນສຸດຍອດ
(VOVWORLD) - ລັດເຊຍ ແລະ ອາເມລິກາ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເລື່ອງຕ້ອງມີການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump, ເຖິງຢ່າງໃດກໍຕາມ ໄລ່ຮອດປັດຈຸບັນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບແຜນການດັ່ງກ່າວ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TASS) |
ໃນກອງປະຊຸມຖະແຫຼງຂ່າວທີ່ດຳເນີນໃນວັນທີ 21 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ແລະ ອາເມລິກາ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເລື່ອງຕ້ອງມີການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump, ເຖິງຢ່າງໃດກໍຕາມ ໄລ່ຮອດປັດຈຸບັນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບແຜນການດັ່ງກ່າວ. ຕາມທ່ານ Peskov ແລ້ວ, ທັດສະນະດັ່ງກ່າວໄດ້ຮັບຄວາມເຫັນດີຈາກຜູ້ຕາງໜ້າສອງປະເທດໃນການພົບປະຢູ່ Riyadh, ອາຣັບບີ ຊະອຸດິ ໃນອາທິດຜ່ານມາ, ການພົບປະຄັ້ງທໍາອິດ ໄດ້ປຶກສາຫາລືກ່ຽວກັບແບບວິທີຢຸດຕິການປະທະກັນຢູ່ ຢູແກຼນ ກ່ອນທີ່ບັນດາການເຈລະຈາເລີ່ມດຳເນີນຢ່າງເປັນທາງການ. ທ່ານເນັ້ນໜັກວ່າ ປະທານາທິບໍດີສອງປະເທດ ກໍສະແດງຄວາມປາດຖະໜາຢາກພົບປະກັນ ແລະ ໄດ້ອອກຄຳສັ່ງກະກຽມເພື່ອໃຫ້ການພົບປະດຳເນີນໄປຢ່າງມີປະສິດທິຜົນທີ່ສຸດ. ໃນຂະນະທີ່ກະກຽມ, ສອງຝ່າຍຈະປຶກສາຫາລືລາຍລະອຽດ; ທ່ານ Peskov ຢັ້ງຢືນຄືນວ່າ ປະທານາທິບໍດີ ກຽມພ້ອມເຈລະຈາກ່ຽວກັບມາດຕະການແກ້ໄຂການປະທະກັນໃນປັດຈຸບັນ. ທ່ານກໍຊີ້ແຈ້ງວ່າ ລັດເຊຍ ມີເປົ້າໝາຍກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ, ຜົນປະໂຫຍດແຫ່ງຊາດ ແລະ ກຽມພ້ອມບັນລຸໄດ້ເປົ້າໝາຍນີ້ ຜ່ານການເຈລະຈາສັນຕິພາບ. ທ່ານກໍປະຕິເສດຂໍ້ມູນທີ່ວ່າ ລັດເຊຍ ແລະ ອາເມລິກາ ເຈລະຈາບໍ່ເປັນທາງການ ກ່ຽວກັບ ຢູແກຼນ ຢູ່ ສະວິດ ໃນ 2 – 3 ເດືອນ ຜ່ານມາ.