ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ບັ້ນ​ການ​ທະ​ຫານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ລົງຢ້ຽມຢາມຄ້າຍລີ້ໄພ Tulkarem ຢູ່ເຂດດິນແດນຂອງ ປາແລັດສະຕິນ, ທາງທິດເໜືອຝັ່ງແມ່ນ້ຳຈໍແດນ, ຮຽກຮ້ອງກອງທັບເພີ່ມທະວີບັ້ນຮົບການທະຫານທີ່ແກ່ຍາວກວ່າ 1 ເດືອນຢູ່ເຂດດິນແດນນີ້. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ບັ້ນ​ການ​ທະ​ຫານ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ລົງຢ້ຽມຢາມຄ້າຍລີ້ໄພ (ພາບ: GPO)

ວັນທີ 21 ກຸມພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ລົງຢ້ຽມຢາມຄ້າຍລີ້ໄພ Tulkarem ຢູ່ເຂດດິນແດນຂອງ ປາແລັດສະຕິນ, ທາງທິດເໜືອຝັ່ງແມ່ນ້ຳຈໍແດນ, ຮຽກຮ້ອງກອງທັບເພີ່ມທະວີບັ້ນຮົບການທະຫານທີ່ແກ່ຍາວກວ່າ 1 ເດືອນຢູ່ເຂດດິນແດນນີ້. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ດຳເນີນ ພາຍຫຼັງທີ່ມີລົດເມ 3 ຄັນຖືກລະເມີດຢູ່ນະຄອນ Bat Yam, ທາງພາກກາງ ອິດສະຣາແອັນ ໃນວັນທີ 20 ກຸມພາ.

        ກໍໃນວັນດຽວກັນ, ບັນດາປະເທດສັງກັດສະພາຮ່ວມມືເຂດອ່າວເປີເຊຍ (GCC), ອີຢິບ ແລະ ຈໍແດນ ໄດ້ຈັດກອງປະຊຸມສຸດຍອດ “ບໍ່ເປັນທາງການ” ຢູ່ນະຄອນ Riyadh ຂອງ ອາຣັບບີ ຊະອຸດິ, ເພື່ອປຶກສາຫາລືກ່ຽວກັບແຜນການຂອງພາກພື້ນ ແນໃສ່ທົດແທນໃຫ້ຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຄຸ້ມຄອງເຂດ ກາຊາ ແລະ ຍົກຍ້າຍປະຊາຊົນ ປາແລັດສະຕິນ ອອກຈາກເຂດດິນແດນປະຫວັດສາດຂອງຕົນ.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ