ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ເວ​ທີ​ປາ​ໄສ​ເຕັກ​ໂນ​ໂລ​ຢີ​ອະ​ນາ​ຄົດ ປີ 2025

(VOVWORLD) - ລັດເຊຍ ຕ້ອງສ້າງຫຼາຍລະບົບຜະລິດເຕັກໂນໂລຢີ, ສ້າງບັນດາໂຮງງານໃໝ່ເພື່ອສາມາດຜະລິດບັນດາຜະລິດຕະພັນປຸງແຕ່ງເລິກດ້ວຍຕົນເອງ; ມີວິທີການສຳຜັດຍຸດທະສາດ, ສ້າງເງື່ອນໄຂສະດວກມໃຫ້ແກ່ວິສາຫະກິດ, ນັກລົງທຶນເຂົ້າໃນພື້ນຖານໂຄງລ່າງວິທະຍາສາດ ແລະ ເຕັກໂນໂລຢີ; ພ້ອມດຽວກັນນັ້ນ, ຕ້ອງສ້າງລະບົບບຳລຸງສ້າງຊັບພະຍາກອນມະນຸດໃນຂົງເຂດເຄມີສາດຢູ່ທຸກຂັ້ນ.
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ເວ​ທີ​ປາ​ໄສ​ເຕັກ​ໂນ​ໂລ​ຢີ​ອະ​ນາ​ຄົດ ປີ 2025 - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: VOV)

ເມື່ອກ່າວຄຳເຫັນໃນວາລະປະຊຸມຄົບຄະນະຂອງເວທີປາໄສເຕັກໂນໂລຢີອະນາຄົດປີ 2025 ໄດ້ດຳເນີນໃນຕອນບ່າຍວັນທີ 21 ກຸມພາ ຢູ່ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ປີນີ້ ເວທີປາໄສມີຫົວຂໍ້ “ວັດສະດຸໃໝ່ ແລະ ເຄມີສາດ” ແລະ ເພື່ອກາຍເປັນປະເທດນຳໜ້າໃນບັນດາຂົງເຂດພັດທະນາວິທະຍາສາດ ແລະ ເຕັກໂນໂລຢີສຳຄັນ, ປະເທດ ລັດເຊຍ ຕ້ອງບັນລຸໄດ້ທີ່ຕັ້ງອັນພົ້ນເດັ່ນໃນຂະແໜງເຄມີສາດ ແລະ ພັດທະນາວັດສະດຸໃໝ່. ທ່ານປະທານາທິບໍດີ Putin  ເນັ້ນໜັກວ່າ ລັດເຊຍ ຕ້ອງສ້າງຫຼາຍລະບົບຜະລິດເຕັກໂນໂລຢີ, ສ້າງບັນດາໂຮງງານໃໝ່ເພື່ອສາມາດຜະລິດບັນດາຜະລິດຕະພັນປຸງແຕ່ງເລິກດ້ວຍຕົນເອງ; ມີວິທີການສຳຜັດຍຸດທະສາດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ນັກລົງທຶນເຂົ້າໃນພື້ນຖານໂຄງລ່າງວິທະຍາສາດ ແລະ ເຕັກໂນໂລຢີ; ພ້ອມດຽວກັນນັ້ນ, ຕ້ອງສ້າງລະບົບບຳລຸງສ້າງຊັບພະຍາກອນມະນຸດໃນຂົງເຂດເຄມີສາດຢູ່ທຸກຂັ້ນ. ລັດເຊຍຕ້ອງຮັບປະກັນທ່າໄດ້ປຽບໃຫ້ແກ່ບັນດາບໍລິສັດຜະລິດພາຍໃນປະເທດ; ຫຼຸດຜ່ອນເວລາພັດທະນາ ແລະ ຜັນຂະຫຍາຍບັນດາວັດສະດຸໃໝ່ ແຕ່ 50 ປີ ລົງເຫຼືອພຽງ 2 – 3 ປີໃນອະນາຄົດ.

ທູຮ່າ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ