Google ກຽມ​ພ້ອມ​ໜູນ​ຊ່ວຍ ຫວຽດ​ນາມ ໝູນ​ໃຊ້ AI ເຂົ້າ​ໃນ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ

(VOVWORLD) - Google ພ້ອມແລ້ວທີ່ຈະອຳນວຍຄວາມສະດວກໃຫ້ນັກຮຽນ, ຄູອາຈານ ຫວຽດນາມ ນຳໃຊ້ບັນດາ ເປີແລັດຟອມ Google Works, Google Space  ກໍຄື Google Classroom ໂດຍບໍ່ເກັບຄ່າ.
Google ກຽມ​ພ້ອມ​ໜູນ​ຊ່ວຍ ຫວຽດ​ນາມ ໝູນ​ໃຊ້ AI ເຂົ້າ​ໃນ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ - ảnh 1ບັນກາດການເຮັດວຽກ (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ)

ວັນທີ 21 ກຸມພາ, ເມື່ອກ່າວຄຳເຫັນໃນການເຮັດວຽກທາງໄກກັບທ່ານ Marc Woo ຜູ້ອຳນວຍການໃຫຍ່ Google ຫວຽດນາມ, ທ່ານ ຮວ່າງມິງເຊີນ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສະເໜີໃຫ້ Google ສ້າງລະບົບລວມ, ປະສານສົມທົບທັງບັນດາເຄື່ອງມືທີ່ຕິດພັນກັບເອກະສານ, ຫຼັກສູດ, ປຶ້ມແບບຮຽນພາສາ ຫວຽດ, ບັນດາຖານຂໍ້ມູນທີ່ແຕກຕ່າງກັນ ເພື່ອສາມາດພັດທະນາພາສາ ຫວຽດນາມ ໃນ AI, ຊ່ວຍເຫຼືອໃຫ້ແກ່ນັກຮຽນ, ຄູອາຈານ ຫວຽດນາມ. ທ່ານຮອງລັດຖະມົນຕີກໍປາດຖະໜາວ່າ, ໃນບັນດາ ເປີແລັດຟອມນີ້ ສາມາດສ້າງປະຊາຄົມຕ່າງໆເພື່ອໃຫ້ຄູອາຈານ ແລະ ນັກຮຽນສາມາດເຊື່ອມຕໍ່, ແລກປ່ຽນບົດຮຽນປະສົບການ, ຮຽນຮູ້ເຊິ່ງກັນ ແລະ ກັນ.

        ທ່ານ Marc Woo ຜູ້ອຳນວຍການໃຫຍ່ Google ຫວຽດນາມ ໃຫ້ຮູ້ວ່າ Google ພ້ອມແລ້ວທີ່ຈະອຳນວຍຄວາມສະດວກໃຫ້ນັກຮຽນ, ຄູອາຈານ ຫວຽດນາມ ນຳໃຊ້ບັນດາ ເປີແລັດຟອມ Google Works, Google Space  ກໍຄື Google Classroom ໂດຍບໍ່ເກັບຄ່າ. Google ຫວັງວ່າ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈະໃຫ້ການໜູນຊ່ວຍພາຍຫຼັງປະຕິບັດທົດລອງບາງຮູບແບບ, ມາດຕະການ, ສ້າງເປັນບັນດາ ເປີແລັດຟອມ, ລະບົບດ້ວຍເປົ້າໝາຍທະວີຄູນໃນຂອບເຂດທົ່ວປະເທດ.


 

ຕອບກັບ

ຂ່າວ/ບົດ​ອື່ນ