ລັດຖະມົນຕີກະຊວງການເງິນ: ຮັດແຄບໄລຍະຫ່າງພັດທະນາລະຫວ່າງຕະຫຼາດຫຼັກຊັບ ຫວຽດນາມ ກັບ ໂລກ
(VOVWORLD) - ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຕະຫຼາດຫຼັກຊັບມີສະຖຽນລະພາບ, ຄວາມປອດໄພ, ປອດໃສເຂັ້ມແຂງ, ມີປະສິດທິຜົນ, ຍືນຍົງ, ເຊື່ອມໂຍງ; ກາຍເປັນຊ່ອງທາງລະດົມທຶນໄລຍະກາງ ແລະ ໄລຍະຍາວທີ່ສຳຄັນ, ສ່ວນຫຼາຍແມ່ນໃຫ້ແກ່ພື້ນຖານເສດຖະກິດ.
ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ (ພາບ: vietnamfinance.vn) |
ວັນທີ 21 ກຸມພາ, ຢູ່ແຂວງ ກວ໋າງນາມ, ເມື່ອກ່າວຄຳເຫັນໃນກອງປະຊຸມຫົວເລື່ອງສະເພາະ ແລະ ກຳນົດທິດພັດທະນາຕະຫຼາດຫຼັກຊັບໃນທ່າອ່ຽງເຊື່ອມໂຍງ ໂດຍຄະນະກຳມະການຫຼັກຊັບແຫ່ງລັດ ຈັດຂຶ້ນ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຕະຫຼາດຫຼັກຊັບມີສະຖຽນລະພາບ, ຄວາມປອດໄພ, ປອດໃສເຂັ້ມແຂງ, ມີປະສິດທິຜົນ, ຍືນຍົງ, ເຊື່ອມໂຍງ; ກາຍເປັນຊ່ອງທາງລະດົມທຶນໄລຍະກາງ ແລະ ໄລຍະຍາວທີ່ສຳຄັນ, ສ່ວນຫຼາຍແມ່ນໃຫ້ແກ່ພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຮັກສາການເຕີບໂຕກ່ຽວກັບຂອບຂະໜາດ, ເປັນເຈົ້າການຍົກສູງຄຸນນະພາບ; ພັດທະນາບັນດາເຄື່ອງມືການເງິນສີຂຽວ, ການເງິນແບບຍືນຍົງ… ທ່ານລັດຖະມົນຕີ ຫງວຽນວັນຖັງ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການຫຼັກຊັບຈະຍູ້ແຮງວຽກງານຫັນເປັນດີຈີຄອນໃນຂົງເຂດຫຼັກຊັບ, ສ້າງລະບົບຄຸ້ມຄອງ, ຕິດຕາມຕະຫຼາດຕິດພັນດ້ວຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ; ເພີ່ມທະວີການຮ່ວມສຳພັນ ແລະ ເຊື່ອມໂຍງສາກົນ, ຮັດແຄບໄລຍະຫ່າງພັດທະນາລະຫວ່າງຕະຫຼາດຫຼັກຊັບ ຫວຽດນາມ ແລະ ຕະຫຼາດຫຼັກຊັບບັນດາປະເທດພັດທະນາ.