(vovworld) - ວັນທີ 26/5, ຢູ່ແຂວງ Binh Duong, ສະມາຄົມຊັບສິນທາງປັນຍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບການສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າໃນພື້ນຖານເສດຖະກິດພູມປັນຍາ ເພື່ອຫນູນຊ່ວຍບັນດາວິສາຫະກິດຫວຽດນາມ ໃນການສ້າງເຄື່ອງໝາຍການຄ້າຢ່າງແຮງ ແລະ ປົກປ້ອງເຄື່ອງໝາຍການຄ້າໃນພື້ນຖານເສດຖະກິດພູມປັນຍາ, ການເຊື່ອມໂຍງເຂົ້າກັບເສດຖະກິດໂລກເທື່ອລະກ້າວ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາໄດ້ເນັ້ນຫນັກເຖິງຄວາມໝາຍຂອງສິດເຕັກໂນໂລຊີ, ຊັບສິນທາງປັນຍາ, ເຄື່ອງໝາຍການຄ້າຜະລິດຕະພັນ ຕ້ອງໄດ້ຮັບການສ້າງ, ຄຸ້ມຄອງ ແລະ ປົກປ້ອງຢ່າງແຫນ້ນແຟ້ນ, ປະຕິບັດຖືກຕ້ອງກັບກົດເກນຄຸນຄ່າ, ຄຸ້ມຄອງຕາມກົນໄກຕະຫລາດ, ປະຕິດບັດຄວາມຍຸຕິທຳສັງຄົມ./.