ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ປະຈຳການຄະນະເລຂາສູນກາງພັກ, ຮອງປະທານປະເທດ ລາວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍ ລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024 ບັນລຸຜົນສຳເລັດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ປະຈຳການຄະນະເລຂາສູນກາງພັກ, ຮອງປະທານປະເທດ ລາວ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ)

        ຕອນບ່າຍວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຮອງປະທານປະເທດ ລາວ, ຢູ່ນະຄອນຫຼວງ ວຽງຈັນ.

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍ ລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024 ບັນລຸຜົນສຳເລັດ. ທ່ານສະເໜີໃຫ້ 2 ຝ່າຍສົມທົບກັນ, ໜູນຊ່ວຍເຊິ່ງກັນແລະກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.

        ສ່ວນທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຮອງປະທານປະເທດ ລາວ ໄດ້ຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນທີ່ ຫວຽດນາມ ສະຫງວນໃຫ້ແກ່ ລາວ, ໃນນັ້ນມີການໜູນຊ່ວຍ, ຊ່ວຍເຫຼືອ ລາວ ປະຕິບັດສຳເລັດໜ້າທີ່ເປັນປະທານ ອາຊຽນ 2024. ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

        ການນຳ 2 ທ່ານໄດ້ເຫັນດີຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນການສ້າງແຜນກຳທົດທິດທາງ ແລະ ຜັນຂະຫຍາຍການປະຕິບັດພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ສຸມໃສ່ປະຕິບັດບັນດາໂຄງການຮ່ວມມືຈຸດສຸມ; ນຳການພົວພັນຮ່ວມມື 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ