ຫວຽດນາມ ມອບຂອງຂວັນໃຫ້ແກ່ ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ
(VOVWORLD) - ຄະນະປະຕິບັດງານ ຫວຽດນາມ ກໍ່ມາຢ້ຽມຢາມບາງຫ້ອງກວດປິ່ນປົວພະຍາດ ເຊິ່ງແມ່ນບອ່ນທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ພວມໄດ້ຮັບການປິ່ນປົວ ເພື່ອຢື້ຢາມຖາມຂ່າວ.
ຫວຽດນາມ ມອບຂອງຂວັນໃຫ້ແກ່ ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ
(ພາບ: TTXVN)
|
ຕອນເຊົ້າວັນທີ 6 ມີນາ, ຢູ່ນະຄອນຫຼວງວຽງຈັນ ຂອງລາວ,ໂດຍຕາງໜ້າສະມາຄົມທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ທະຫານເຂດ 4 ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງມາຢ້ຽມຢາມ ແລະ ມອບຂອງຂັວນ 40 ພູດທີ່ມີມູນຄ່າປະມານ 1.800 USD ໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ພວມປິ່ນປົວຢູ່ບາງພະແນກຂຶ້ນກັບໂຮງໝໍສູນກາງທະຫານ 103 ລາວ. ຄະນະປະຕິບັດງານ ຫວຽດນາມ ກໍ່ມາຢ້ຽມຢາມບາງຫ້ອງກວດປິ່ນປົວພະຍາດ ເຊິ່ງແມ່ນບອ່ນທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ພວມໄດ້ຮັບການປິ່ນປົວ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ເຂົາເຈົ້າມີສຸຂະພາບເປັນປົກກະຕິໂດຍໄວ, ອອກໂຮງໝໍກັບຄືນຫົວໜ່ວຍສືບຕໍ່ປະຕິບັດງານ. ສ່ວນທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ນັກຮົບເກົ່າລາວ ໄດ້ສະແດງຄວາມຂອບອົກຂອບໃຈຄະນະປະຕິບັດງານ ຫວຽດນາມ.