ວາລະປະຊຸມຄັ້ງທີ 43ຂອງຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການຫຼຸດຜ່ອນຄ່າເຊົ່າທີ່ດິນ

(VOVWORLD) - ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ

ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ທີ່ວາລະປະຊຸມຄັ້ງທີ 43 ຄະນະປະຈຳສະພາແຫ່ງຊາດ ຈະຈັດຂຶ້ນໃນວັນທີ 10 – 11 ມີນາ ແລະ ຕອນບ່າຍວັນທີ 14 ມີນາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ຈະກ່າວຄຳເຫັນໄຂວາລະປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດໄດ້ພັດປ່ຽນບໍລິຫານເນື້ອໃນວາລະປະຊຸມ.

ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ: ລວມມີ: ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຄຸນນະພາບຜະລິດຕະພັນ, ສິນຄ້າ; ກົດໝາຍວ່າດ້ວຍລົດໄຟຟ້າ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ; ກົດໝາຍວ່າດ້ວຍສະພາບການສຸກເສີນ; ກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ. ຄະນະປະຈຳສະແຫ່ງຊາດກໍ່ຈະປະກອບຄຳເຫັນກ່ຽວກັບການຫຼຸດຜ່ອນຄ່າເຊົ່າທີ່ດິນປີ 2024 ແລະ ເລື່ອງປະກາດໃຊ້ມະຕິຂອງລັດຖະບານກຳນົດການຫຼຸດຜ່ອນຄ່າເຊົ່າທີ່ດິນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ