ໄຂງານບຸນກາເຟ ບວນມາທວດ

(VOVWORLD) - ແມ່ນການເຄື່ອນໄຫວນອນໃນຂອບເຂດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ບວນມາທວດ, ປົດປ່ອຍແຂວງ ດັກລັກ

ວັນທີ 09 ມີນາ, ງານບຸນກາເຟ ບວນມາທວດ ຄັ້ງທີ 9, ປີ 2025 ໄດ້ໄຂຂຶ້ນຢູ່ນະຄອນ ບວງມາທວດ, ແຂວງ ດັກລັກ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ບວນມາທວດ, ປົດປ່ອຍແຂວງ ດັກລັກ (10 ມີນາ 1975 – 10 ມີນາ 2025).

ງານບຸນກາເຟ ບວນມາທວດ ຄັ້ງນີິ້ມີຫົວຂໍ້ວ່າ “ບວນມາທວດ - ຈຸດນັດພົບຂອງກາເຟໂລກ”, ຈັດຂຶ້ນແຕ່ວັນທີ 09 – 13 ມີນາ, ມີ 17 ການເຄື່ອນໄຫວເປັນທາງການ, ຄາດວ່າດຶງດູດແຂກທ່ອງທ່ຽວນັບແສນຄົນ. ງານບຸນແມ່ນໂອກາດເພື່ອເຊີດຊູວັດທະນະທຳ ກາເຟ, ຜູ້ປູກກາເຟ ແລະ ຂະແໜງກາເຟ; ໂຄສະນາເຄື່ອງໝາຍການຄ້າກາເຟ ບວນມາທວດ, ສ້າງພາບພົດນະຄອນ ບວນມາທວດ ແມ່ນ “ນະຄອນກາເຟຂອງໂລກ”. ງານບຸນກໍ່ແມ່ນໂອກາດເພື່ອໃຫ້ແຂວງ ດັກລັກ ໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານການທ່ອງທ່ຽວຂອງແຂວງ, ສົ່ງເສີມ, ດຶງດູດການລົງທຶນ; ແນະນຳ, ໂຄສະນາວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າ

ຕອບກັບ

ຂ່າວ/ບົດ​ອື່ນ