(VOVWORLD) - ພິທີໄດ້ຈັດຂຶ້ນຢູ່ເຂດເທິງສະຖານນີລົດໄຟ ເບັນແທັ່ງ, ເມືອງ 1, ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດຈັດງານບຸນ ຫວຽດນາທ - ຍີ່ປຸ່ນ ຄັ້ງທີ 10
ພິທີເປີດສະຫຼອງເສັ້ນທາງລົດໄຟ metro ເລກ 1 (ສາຍ ບັນແທັ່ງ - ຊວຍຕຽນ
(ພາບ: daibieunhandan.vn)
|
ຕອນເຊົ້າວັນທີ 09 ມີນາ, ເສັ້ນທາງລົດໄຟ metro ເລກ 1 (ສາຍ ບັນແທັ່ງ - ຊວຍຕຽນ) ໄດ້ເປີດສະຫຼອງຢ່າງເປັນທາງການ, ພາຍຫຼັງທີ່ທົດລອງເຄື່ອນໄຫວການຄ້າເປັນເວລາ 2 ເດືອນ.
ພິທີໄດ້ຈັດຂຶ້ນຢູ່ເຂດເທິງສະຖານນີລົດໄຟ ເບັນແທັ່ງ, ເມືອງ 1, ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດຈັດງານບຸນ ຫວຽດນາທ - ຍີ່ປຸ່ນ ຄັ້ງທີ 10 ເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ, ດ້ວຍການເຂົ້າຮ່ວມຂອງການນຳ ຍີ່ປຸ່ນ, ຫວຽດນາມ ແລະ ພໍ່ແມ່ປະຊາຊົນນະຄອນເປັນຈຳນວນຫຼາຍ. ສາຍລົດໄຟຟ້າ metro ເລກ 1 (ສາຍ ບັນແທັ່ງ - ຊວຍຕຽນ) ມີລວງຍາວ 19,7 ກມ, ລວມມີສະຖານີລົດໄຟ 14 ແຫ່ງ, ເຊື່ອມຕໍ່ໃຈກາງນະຄອນ ໂຮ່ຈີມິນ ກັບນະຄອນ ທູດຶກ. ພາຍຫຼັງນຳເຂົ້າເຄື່ອນໄຫວແຕ່ວັນທີ 22 ທັນວາ 2024, ສາຍລົດໄຟດັ່ງກ່າວໄດ້ຮັບໃຊ້ການໄປມາຂອງຜູ້ໂດຍສານກວ່າ 5 ລ້ານເທື່ອຄົນ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນວັນເດືອກ, ຢືນຢັນວ່າ ລົດໄຟຟ້າ metro ເລກ 1 ແມ່ນກິດຈະກຳຄົມມະນາຄົມທັນສະໄໝ, ມີຄວາມໝາຍສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງນະຄອນ. ທາງນະຄອນສູ້ຊົນຮອດປີ 2035 ຈະກໍ່ສ້າງສຳເລັດ 7 ສາຍລົດໄຟເຂດຕົວເມືອງ, ດວຍລວງຍສວ 355 ກມ, ເພື່ອໃຫ້ຄົມມະນາມສາທາລະນະຕອບສະໜອງ 50% ຄວາມຕ້ອງການໄປມາຂອງພໍ່ແມ່ປະຊາຊົນ. ສ່ວນທ່ານນາງ Miyazaki Katsura, ຮອງຫົວໜ້າປະຈຳຂັ້ນສູງຂອງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA), ປາດຖະໜາຢາກສືບຕໍ່ຮ່ວມມືພັດທະນາບັນດາໂຄງການເສັ້ນທາງລົດໄຟຕົວເມືອງຕື່ມອີກ, ບໍ່ພຽງແຕ່ຢູ່ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງຢູ່ບັນດາທ້ອງຖິ່ນອື່ນຂອງ ຫວຽດນາມ ອີກດ້ວຍ.