(VOVWORLD) - ກຳລັງທີ່ມີໜ້າທີ່ໄດ້ປິດລ້ອມບັນດາເຂດຖືກຜົນສະທ້ອນເພື່ອດຳເນີນວຽກງານສືບສວນ, ຕາມຫາຕົວການ.
ສະຖານທີ່ເກີດເຫດບຸກໂຈມຕີ
(ພາບ: Thairath)
|
ສື່ມວນຊົນ ໄທ ໃຫ້ຂ່າວວ່າ, ພວກທະຫານກະບົດໄດ້ດຳເນີນການບຸກໂຈມຕີຢ່າງຕໍ່ເນື່ອງຢູ່ເມືອງ ສຸງໄຫງໂຄລົກ, ເມືອງ ນະຣາທິວັດ, ທາງທິດໃຕປະເທດ ໄທ ໃນຕອນຄ່ຳວັນທີ 08 ມີນາ, ເຮັດໃຫ້ 2 ຄົນເສຍຊີວິດ ແລະ 10 ຄົນຮັບບາດເຈັບ.
ພາຍຫຼັງການກວດກາລະບົບກອງຖ່າຍຄວາມໝັ້ນຄົງ, ຕຳຫຼວດເມືອງນີ້ໄດ້ພົບເຫັນລົດໂອໂຕ 2 ຄັນທີ່ຖືກສົງໄສ, ຂົນສົ່ງພວກທະຫານກະບົດນຸ່ງຊຸດສີດຳປະມານ 10 ຄົນ. ການສຳຫຼວດໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ, ພວກທະຫານກະບົດດັ່ງກ່າວໄດ້ນຳໃຊ້ລະເບີດໝາກແຕກ ແລະ ປືນເພື່ອບຸກໂຈມຕີສຳນັກງານອົງການອຳນາດການປົກຄອງທ້ອງຖິ່ນ. ຫຼັງຈາກນັ້ນ, 3 ເຫດລະເບີດກໍ່ເກີດຂຶ້ນຢູ່ບັນດາສະຖານທີ່ສາທາລະນະ, ກໍ່ໃຫ້ເກີດການເສຍຊີວິດ ແລະ ຮັບບາດເຈັບ, ຄວາມເສຍຫາຍດ້ານຊັບສິນ. ກຳລັງທີ່ມີໜ້າທີ່ໄດ້ປິດລ້ອມບັນດາເຂດຖືກຜົນສະທ້ອນເພື່ອດຳເນີນວຽກງານສືບສວນ, ຕາມຫາຕົວການ.