ເລຂາທິການໃຫຍ່ສະຫະປະຊາຊາດວິຕົກກັງວົນກ່ຽວກັບໂຄງການລູກສອນໄຟແລະນິວເຄຼຍຂອງສປປ.ເກົາຫຼີ

(VOVWORLD) -ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂ້ໍສັງເກດວ່າ, ສະພາບຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ

ເລຂາທິການໃຫຍ່ສະຫະປະຊາຊາດວິຕົກກັງວົນກ່ຽວກັບໂຄງການລູກສອນໄຟແລະນິວເຄຼຍຂອງສປປ.ເກົາຫຼີ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບປະກອບ: Reuters)

ແມ່ນວິກິດການທີ່ຊົ່ວຮ້າຍທີ່ສຸດໃນໂລກໃນຫຼາຍປີຜ່ານມາ, ເຮັດໃຫ້ທ່ານມີຄວາມວິຕົກກັງວົນຢ່າງເລິກເຊິ່ງ. ໃນການຕອບສຳພາດຕໍ່ໜັງສື່ພິມ Le Journal du Dimanche ຂອງຝລັ່ງ, ສະບັບອອກວັນທີ 10 ກັນຍາ, ທ່ານ Guterres ຢືນຢັນວ່າ, ບັນຫາຫຼັກແຫຼ່ງປະຈຸບັນແມ່ນບັງຄັບໃຫ້ພຽງຢາງ ຢຸດຕິໂຄງການລູກສອນໄຟນຳວິຖີ ແລະ ນິວເຄຼຍ ກໍ່ຄືປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ. ຄຽງຂ້າງນັ້ນ, ທ່ານກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງການຮັກສາຄວາມສາມັກຄີພາຍໃນສະຫະປະຊາຊາດດ້ວຍທຸກວິທີ, ຍ້ອນນີ້ແມ່ນເຄື່ອງມືໜຶ່ງດຽວເພື່ອສາສາມາດຜັນຂະຫຍາຍຂໍ້ລິເລີ່ມທາງການທູດທີ່ສາມາດບັນລຸຜົນສຳເລັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ