ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ. (ພາບ:VGP/Nhật Bắc) |
ຕອນເຊົ້າວັນທີ 19 ເມສາ, ຢູ່ ອາຄານຜູ້ໂດຍສານ T3 ທ່າອາກາດສະຍານສາກົນ ເຕີນເຊີດເຍິດ, ນະຄອນ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນເຈົ້າພາບພິທີເລີ່ມລົງມືກໍ່ສ້າງ, ເປີດສະຫລອງບັນດາກິດຈະກຳ, ໂຄງການຈຸດສຸມແຫ່ງຊາດ ແລະບັນດາກິດຈະກຳໃຫຍ່ ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ ປີ 1975 – 30 ເມສາ 2025). ແລະກໍ່ໃນຊ່ວງເວລາດຽວກັນນັ້ນ ຢູ່ ບັນດາແຂວງ, ນະຄອນທັງ 3 ພາກ: ເຫນືອ, ກາງ, ໃຕ້ ກໍ່ມີ 80 ໂຄງການອື່ນໄດ້ເປີດພິທີເລິ່ມລົງມືກໍ່ສ້າງ, ເປີດສະຫລອງ.
ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ມີການຊີ້ນຳຢ່າງຂ້ຽວຂາດ, ສຸມໃສ່ບັນດາແຫ່ລງກຳລັງ, ແກ້ໄຂຂໍ້ຕິດຄັດ, ຈຸອັດຕັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອປະຕິບັດສຳເລັດບັນດາໂຄງການຈຸດສຸມໃນປີນີ້. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:
ບັນດາກິດຈະກຳຈຸດສຸມດ້ານເສດຖະກິດ - ສັງຄົມ ໄດ້ຮັບການເລິ່ມລົງມືກໍ່ສ້າງ, ເປີດສະຫລອງໃນວັນທີ 19 ເມສາໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ລ້ວນແຕ່ແມ່ນບັນດາໂຄງການສຳຄັນ, ມີຄວາມໝາຍຍຸດທະສາດ, ສະແດງໃຫ້ເຫັນເຈດຈຳນົງ, ຄວາມຕັດສິນໃຈຂອງພັກ, ລັດ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດໃນການສ້າງບັນດາພື້ນທີ່ພັດທະນາໃຫມ່, ສ້າງພື້ນຖານເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາເສດຖະກິດຂອງປະເທດຊາດ, ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນພັດທະນາຢ່າງເຂັ້ມແຂງ”
ພິທີນຳເຂົ້າເຄື່ອນໄຫວເສັ້ນທາງຄວາມໄວສູງຕອນຜ່ານ ແຂວງ ຮ່າຕິ້ງ (ບ໋າຍວອດ -ຮ່າມງິ, ຮ່າມງິ - ຫວູງອາງ); (ພາບ:VGP/Minh Khôi) |