ໄທ Festival 2025 ປະກອບສ່ວນສ້າງຄວາມສະໜິດຕິດພັນປະຊາຊົນ ຫວຽດນາມ - ໄທ

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາເຫດການປະກອບສ່ວນສ້າງຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ໄທ.
ໄທ Festival 2025 ປະກອບສ່ວນສ້າງຄວາມສະໜິດຕິດພັນປະຊາຊົນ ຫວຽດນາມ - ໄທ - ảnh 1(ທ່ານນາງ ລາລີວັນ ການຈະນະຊາລີ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄທ)

        ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ (06 ສິງຫາ 1976 – 06 ສິງຫາ 2026), ຫວ່າງມໍ່ໆມານີ້, ຢູ່ເຂດປູຊະນີຍະສະຖານປະຫວັດສາດພະລາຊະວັງ ທັງລອງ, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ໄດ້ຈັດເຫດການ “ໄທ Festival: The Pulse of Tradition - ການເຄື່ອນໄຫວທີ່ເປັນມູນເຊື້ອ” (ໄທ Festival 2025) ເພື່ອແນະນຳ ແລະ ໂຄສະນາວັດທະນະທຳ ໄທ ເຖິງມະຫາຊົນ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາເຫດການປະກອບສ່ວນສ້າງຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ໄທ.

        “ເມື່ອມາເຂດພະລາຊະວັງ ທັງລອງ ນີ້, ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມສະໜິດຕິດພັນຢ່າງແຮງ, ຄວາມປິຕິຊົມຊື່ນລວມລະຫວ່າງເພື່ອນໆ ໄທ ແລະ ຫວຽດນາມ ພວກເຮົາ. ນັ້ນແມ່ນຄຳບອກເຕືອນວ່າ ການພົວພັນລະຫວ່າງບັນດາປະເທດ ບໍ່ພຽງແຕ່ໄດ້ສ້າງຂຶ້ນຜ່ານສັນຍາ ແລະ ຂໍ້ຕົກລົງດ້ານການຄ້າ, ຫາກຍັງຢູ່ໃນສາຍສຳພັນລະຫວ່າງມະນຸດດ້ວຍກັນອີກດ້ວຍ, ຜ່ານບັນດາການປະພຶດລວມ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນລະຫວ່າງ 2 ພື້ນຖານວັດທະນະທຳຂອງພວກເຮົາ”.

   ນັ້ນແມ່ນຄວາມຮູ້ສຶກຂອງ ທ່ານນາງ ລາລີວັນ ການຈະນະຊາລີ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄທ, ເມື່ອເຂົ້າຮ່ວມ ໄທ Festival 2025 ຢູ່ ຮ່າໂນ້ຍ ໃນຄັ້ງນີ້. ເຖິງວ່າແຕ່ລະປີຈະມີຊື່ເອີ້ນທີ່ແຕກຕ່າງກັນ, ຄື: Thai Day, Amazing Thailan Festival… ກໍ່ຕາມ, ແຕ່ຜ່ານເວລາກວ່າ 20 ປີທີ່ຈັດຂຶ້ນ, ເຫດການນັບມື້ນັບໃຫຍ່ໂຕກວ່າ ແລະ ດຶງດູດຄວາມສົນໃຈຂອງຊາວ ຫວຽດນາມ, ປະກອບສ່ວນໂຄສະນາວັດທະນະທຳ, ຄວາມງາມຂອງປະເທດຊາດ ແລະ ຊາວ ໄທ ຄືດັ່ງຄຳຄິດເຫັນຂອງ ອາຈານ ຟຸ່ງທິເຮືອງຢາງ, ສູນພາສາ ແລະ ວັດທະນະທຳ ໄທ, ມະຫາວິທະຍາໄລ ຮ່າໂນ້ຍ.

        “ນີ້ແມ່ນເຫດການວັດທະນະທຳໃຫຍ່ທີ່ສຸດທີ່ສະຖານທູດ ໄທ, ກະຊວງການຕ່າງປະເທດ ໄທ ຈັດຂຶ້ນຢູ່ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ - 19, ເພື່ອແນໃສ່ໂຄສະນາວັດທະນະທຳເຖິງປະຊາຊົນ ຫວຽດນາມ, ໂດຍສະເພາະແມ່ນໄວໜຸ່ມ. ໃນງານບຸນຄັ້ງນີ້, ມີການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ, ບໍ່ພຽງແຕ່ມີການສະແດງສິລະປະ, ສະແດງບັນດາຈຸດສີສັນພົ້ນເດັ່ນໃນວັດທະນະທຳຂອງ ໄທ ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງ ໄທ ຢ່າງເລິກເຊິ່ງກວ່າອີກດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ໄທ Festival ນີ້ຈະຊ່ວຍໃຫ້ປະຊາຊົນ 2 ປະເທດ ຫວຽດນາມ - ໄທ ນັບມື້ນັບໝັ້ນຄົງໜັກແໜ້ນກວ່າ”.

ໄທ Festival 2025 ປະກອບສ່ວນສ້າງຄວາມສະໜິດຕິດພັນປະຊາຊົນ ຫວຽດນາມ - ໄທ - ảnh 2(ທ່ານນາງ ອຸຣະວະດີ ສີພີຣົມ, ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ)

         ສ່ວນທ່ານນາງ ອຸຣະວະດີ ສີພີຣົມ, ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຮ່າໂນ້ຍ ແມ່ນໜຶ່ງໃນຈຳນວນ 6 ນະຄອນຢູ່ ອາຊຽນ ທີ່ ໄທ ເລືອກເພື່ອຈັດ ໄທ Festival 2025, ແນໃສ່ໂຄສະນາວັດທະນະທຳຂອງ ໄທ ຕໍ່ບັນດາປະເທດໃນພາກພື້ນ.

        “ໄທ Festival 2025 ສວມບົດບາດເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ ເພື່ອຊຸກຍູ້ຄວາມເຂົ້າໃຈດ້ານວັດທະນະທຳ ໄທ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ. ງານບຸນກໍ່ເພື່ອໂຄສະນາໃຫ້ເພື່ອນມິດໃນໂລກເຫັນໄດ້ເຖິງວິທີທີ່ພວກຂ້າພະເຈົ້າພວມເສີມຂະຫຍາຍລັກສະນະປະດິດຄິດສ້າງທີ່ເຄີຍມີຢູ່ແລ້ວໃນພື້ນຖານວັດທະນະທຳຂອງຕົນ ເພື່ອສືບຕໍ່ເຊື່ອມຕົວພ້ອມກັບການເຄື່ອນໄຫວຂອງວັດທະນະທຳທົ່ວໂລກ”.

        ໃນເວລາ 3 ວັນທີ່ຈັດງານບຸນ, ຜູ້ຊົມຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງປະເທດ ໄທ, ຈາກບັນດາເຍື່ອງອາຫານການກິນ ຕະຫຼອດຮອດຄວາມອຸດົມສົມບູນຂອງການສະແດງສິລະປະທັນສະໄໝ ແລະ ເປັນມູນເຊື້ອ, ຟິມຮູບເງົາ… ແລະຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນ ບຸນປີໃໝ່ທີ່ເປັນມູນເຊື້ອຂອງ ໄທ - ງານບຸນ ສົງການ ດ້ວຍພິທີລອຍກະທົງ, ມໍລະດົກບໍ່ເປັນວັດຖຸ ທີ່ໄດ້ຮັບການຮັບຮອງເອົາຈາກອົງການ UNESCO ໃນປີ 2023.

        ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຫວຽດນາມ - ໄທ, ໃນນັ້ນ, ມີບັນດາການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳທີ່ໄດ້ຜັນຂະຫຍາຍຢູ່ ຮ່າໂນ້ຍ ແລະ ທ້ອງຖິ່ນຕ່າງໆທີ່ບັນລຸປະສິດທິຜົນນັ້ນ, ໄດ້ປະກອບສ່ວນເພີ່ມຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ. ສຳລັບບັນດານັກສຶກສາທີ່ພວມຮ່ຳຮຽນພາສາ ໄທ, ຢູ່ມະຫາວິທະຍາໄລ ຮ່າໂນ້ຍ ຄື ນາງ ອຽນ ແລະ ທ້າວ ເລິມ ແລ້ວ, ນີ້ແມ່ນໜຶ່ງໃນບັນດາໂອກາດທີ່ດີເພື່ອໃຫ້ພວກນ້ອງໄດ້ສຳຜັດ ແລະ ຊອກຮູ້ກ່ຽວກັບວັດທະນະທຳຂອງ ໄທ.

        “ນ້ອງຮູ້ສຶກວ່າຕົນເອງໂຊກດີຫຼາຍ ຍ້ອນໃນປີທຳອິດທີ່ຮຽນພາສາ ໄທ ກໍ່ໄດ້ມີໂອກາດເຂົ້າຮ່ວມເຫດການທີ່ມີຂອບຂະໜາດໃຫຍ່ຄືແນວນີ້, ໄດ້ຮັບການໜູນຊ່ວຍຈາກສະຖານທູດ ໄທ ປະຈຳ ຮ່າໂນ້ຍ ແລະ ມີໂອກາດໄດ້ຊອກຮູ້ ແລະ ຮ່ຳຮຽນດ້ານວັດທະນະທຳຂອງ ໄທ”.

        “ນ້ອງມີຄວາມປິຕິຊົມຊື່ນທີ່ໄດ້ເປັນນັກອາສາສະໝັກເຂົ້າຮ່ວມເຫດການໃນຄັ້ງນີ້. ນ້ອງວັງວ່າ ໃນສາຍຕາຂອງເພື່ອນ ໄທ, ນັກສຶກສາ ຫວຽດນາມ ຈະແມ່ນບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ, ສ້າງຄວາມປະທັບໃຈທີ່ດີຕໍ່ບັນດາເພື່ອນຊາວ ໄທ. ນ້ອງຫວັງວ່າ ຈະສືບຕໍ່ໄດ້ເຂົ້າຮ່ວມເຫດການຕໍ່ໄປທີ່ກ່ຽວຂ້ອງເຖິງປະເທດ ໄທ ເພື່ອມີໂອກາດຮ່່ຳຮຽນຫຼາຍກວ່າອີກ”.

        “ມຸ່ງໄປສູ່ອະນາຄົດ, ຈົ່ງຈື່ໄວວ່າ ກຳລັງແຮງຢ່າງແທ້ຈິງໃນການພົວພັນຂອງພວກເຮົາແມ່ນຂຶ້ນກັບການສາຍສຳພັນທີ່ພວກເຮົາໄດ້ພ້ອມກັນສ້າງຂຶ້ນ, ບັນດາເລື່ອງລາວທີ່ພວກເຮົາແບ່ງປັນ ແລະ ບັນດາຄວາມໄຝ່ຝັນທີ່ພວກເຮົາພ້ອມກັນສ້າງ. ງານບຸນນີ້ແມ່ນໂອກາດເພື່ອເຊີດຊູນ້ຳໃຈເພື່ອນມິດທີ່ສະໜິດຕິດພັນຂອງພວກເຮົາ, ເຊີດຊູສາຍພົວພັນອັນສະໜິດແໜ້ນຂອງພວກເຮົາ ແລະ ຊຸກຍູ້ການພົວພັນທີ່ຈະມາເຖິງ”.

        ນີ້ບໍ່ພຽງແຕ່ແມ່ນຄຳກ່າວປາໄສຂອງ ທ່ານນາງ ລາລີວັນ ການຈະນະຊາລີ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄທ ທີ່ເຫດການເທົ່ານັ້ນ, ຫາກຍັງແມ່ນຄວາມປາດຖະໜາຂອງຄະນະຈັດງານບຸນ ໄທ Festival 2025 ໃນຄັ້ງນີ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ