ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ທາງລັດຖະກິດ, ຢ້ຽມຢາມ ຄະນະເລຂາອາຊຽນ ແລະ ສິງກະໂປ ຢ່າງເປັນທາງການ
(VOVWORLD) - ການເດີນທາງໄປປະຕິບັດງານ ສະແດງໃຫ້ເຫັນການຜັນຂະຫຍາຍແນວທາງການທູດຢ່າງມີຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຖືການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນເປັນສຳຄັນ
ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: baoquocte.vn) |
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ, ປະທານພັກຂະບວນການ ອິນໂດເນເຊຍ ຍິ່ງໃຫ່ຍ (Gerindra), ທ່ານ Kao Kim Hourn ເລຂາທິການໃຫ່ຍ ອາຊຽນ ແລະ ທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ, ເລຂາທິການໃຫ່ຍພັກການກະທຳເພື່ອ ປຊຊ ສິງກະໂປ, ຕອນເຊົ້າວັນທີ 9 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມ ອິນໂດເນເຊຍ ທາງລັດຖະກິດ, ຢ້ຽມຢາມ ຄະນະເລຂາ ອາຊຽນ ແລະ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 9 ຫາວັນທີ 13 ມີນາ 2025.
ການເດີນທາງໄປປະຕິບັດງານ ສະແດງໃຫ້ເຫັນການຜັນຂະຫຍາຍແນວທາງການທູດຢ່າງມີຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຖືການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນເປັນສຳຄັນ, ໃນນັ້ນ ມີສອງຄູ່ຮ່ວມມືສຳຄັນແມ່ນ ອິນໂດເນເຊຍ ແລະ ສິງກະໂປ, ສະແດງໃຫ້ເຫັນຢ່າງແຮງກ່ວາອີກຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ປະດິດຄິດສ້າງຂອງ ຫວຽດນາມ ດ້ວຍບັນດາການປະກອບສ່ວນຢ່າງແທ້ຈິງ, ຮ່ວມແຮງຮ່ວມໃຈປະຕິບັດຄວາມມຸ່ງຫວັງອະນາຄົດຂອງ ອາຊຽນ.