ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ: ຮັດ​ແຄບ​ໄລ​ຍະ​ຫ່າງ​ພັດ​ທະ​ນາ​ລະ​ຫວ່າງ​ຕະຫຼາດ​ຫຼັກ​ຊັບ ຫວຽດ​ນາມ ກັບ ໂລກ

(VOVWORLD) - ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຕະຫຼາດຫຼັກຊັບມີສະຖຽນລະພາບ, ຄວາມປອດໄພ, ປອດໃສເຂັ້ມແຂງ, ມີປະສິດທິຜົນ, ຍືນຍົງ, ເຊື່ອມໂຍງ; ກາຍເປັນຊ່ອງທາງລະດົມທຶນໄລຍະກາງ ແລະ ໄລຍະຍາວທີ່ສຳຄັນ, ສ່ວນຫຼາຍແມ່ນໃຫ້ແກ່ພື້ນຖານເສດຖະກິດ. 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ: ຮັດ​ແຄບ​ໄລ​ຍະ​ຫ່າງ​ພັດ​ທະ​ນາ​ລະ​ຫວ່າງ​ຕະຫຼາດ​ຫຼັກ​ຊັບ ຫວຽດ​ນາມ ກັບ ໂລກ - ảnh 1ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ (ພາບ: vietnamfinance.vn)

ວັນທີ 21 ກຸມພາ, ຢູ່ແຂວງ ກວ໋າງນາມ, ເມື່ອກ່າວຄຳເຫັນໃນກອງປະຊຸມຫົວເລື່ອງສະເພາະ ແລະ ກຳນົດທິດພັດທະນາຕະຫຼາດຫຼັກຊັບໃນທ່າອ່ຽງເຊື່ອມໂຍງ ໂດຍຄະນະກຳມະການຫຼັກຊັບແຫ່ງລັດ ຈັດຂຶ້ນ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ໄດ້ວາງອອກເປົ້າໝາຍພັດທະນາຕະຫຼາດຫຼັກຊັບມີສະຖຽນລະພາບ, ຄວາມປອດໄພ, ປອດໃສເຂັ້ມແຂງ, ມີປະສິດທິຜົນ, ຍືນຍົງ, ເຊື່ອມໂຍງ; ກາຍເປັນຊ່ອງທາງລະດົມທຶນໄລຍະກາງ ແລະ ໄລຍະຍາວທີ່ສຳຄັນ, ສ່ວນຫຼາຍແມ່ນໃຫ້ແກ່ພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຮັກສາການເຕີບໂຕກ່ຽວກັບຂອບຂະໜາດ, ເປັນເຈົ້າການຍົກສູງຄຸນນະພາບ; ພັດທະນາບັນດາເຄື່ອງມືການເງິນສີຂຽວ, ການເງິນແບບຍືນຍົງ… ທ່ານລັດຖະມົນຕີ ຫງວຽນວັນຖັງ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການຫຼັກຊັບຈະຍູ້ແຮງວຽກງານຫັນເປັນດີຈີຄອນໃນຂົງເຂດຫຼັກຊັບ, ສ້າງລະບົບຄຸ້ມຄອງ, ຕິດຕາມຕະຫຼາດຕິດພັນດ້ວຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ; ເພີ່ມທະວີການຮ່ວມສຳພັນ ແລະ ເຊື່ອມໂຍງສາກົນ, ຮັດແຄບໄລຍະຫ່າງພັດທະນາລະຫວ່າງຕະຫຼາດຫຼັກຊັບ ຫວຽດນາມ ແລະ ຕະຫຼາດຫຼັກຊັບບັນດາປະເທດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ