ຕ້ອງເປັນເຈົ້າການສະໜອງຂໍ້ມູນຂ່າວສານເພື່ອກຳນົດທິດຫາງສຽງ

(VOVWORLD) -ຕອນບ່າຍວັນທີ 3 ມັງກອນ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດກອງປະຊຸມ ລາຍງານໝາກຜົນການເຄື່ອນໄຫວຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໃນປີ 2017
ຕ້ອງເປັນເຈົ້າການສະໜອງຂໍ້ມູນຂ່າວສານເພື່ອກຳນົດທິດຫາງສຽງ - ảnh 1 ທ່ານ ເຈີນແທງເມີ້ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ຕອນບ່າຍວັນທີ 3 ມັງກອນ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດກອງປະຊຸມ ລາຍງານໝາກຜົນການເຄື່ອນໄຫວຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໃນປີ 2017 ແລະ  ຮ່າງໂຄງການສົມທົບການເຄື່ອນໄຫວໃນປີ 2018. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເຈີນແທງເມີ້ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ : ປີ 2018 ແມ່ນປີທຳອິດແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກນະໂຍບາຍພິເສດໃຫ້ແກ່ນະຄອນໂຮ່ຈິມິນ, ແມ່ນປີທຳອິດໃນການປະຕິບັດແຜນການສ້າງນະຄອນໃຫ້ກາຍເປັນເຂດຕົວເມືອງສະຫຼາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນສືບຕໍ່ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ອຳນາດການປົກຄອງ, ປະຕິບັດໜ້າທີ່ຮວມຮ່ວມຄຳເຫັນ, ຄວາມມຸ່ງຫວັງ ແລະ ການປະກອບສ່ວນຂອງປະຊາຊົນໃນການສ້າງ ແລະ ພັດທະນານະຄອນ. 

ຕອບກັບ

ຂ່າວ/ບົດ​ອື່ນ